ກອງປະຊຸມສະຫຼຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ 5 ປີ (2016-2020) ແລະ ທິດທາງແຜນການ ຮອດປີ 2025 ຂອງກະຊວງຍຸຕິທຳ

Primary tabs

          ຕອນເຊົ້າທີ 27 ມັງກອນ 2023 ຢູ່ທີ່ໂຮງແຮມດອນຈັນພາເລດ ກະຊວງຍຸຕິທຳ ຈັດກອງປະຊຸມສະຫຼຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂຶ້ນ ໃຫ້ກຽດເປັນປະທານໂດຍ ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ, ປະທານຄະນະຊີ້ນຳການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ກະຊວງຍຸຕິທຳ, ມີ ບັນດາທ່ານຮອງລັດຖະມົນຕີ, ອະດີດຮອງລັດຖະມົນຕີ, ທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ, ບັນດາກົມ, ສູນ ແລະ ສະຖາບັນຍຸຕິທຳແຫ່ງຊາດ ແລະ ສາຂາ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.

อาจเป็นรูปภาพของ 6 คน, ผู้คนกำลังยืน และ สถานที่ในร่ม

อาจเป็นรูปภาพของ 4 คน และ ผู้คนกำลังยืน

          ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອເປັນການປຸກລະດົມກຳລັງແຮງຂອງພະນັກງານ-ລັດຖະກອນໃນຂະແໜງຍຸຕິທຳ ເວົ້າລວມ, ເວົ້າສະເພາະ ກະຊວງຍຸຕິທໍາໃຫ້ເປັນຂະບວນການໃນວຽກງານ, ທັງເປັນການເຊີດຊູມູນເຊື້ອຮັກຊາດ, ຮັກລະບອບໃໝ່, ແລະ ສະແດງເຖິງຄວາມພິລະອາດຫານ, ນຳ້ໃຈດຸໝັ່ນ, ປະຍັດ, ຊື່ສັດ, ອົດທົນ ແລະ ປະດິດສ້າງ; ອອກແຮງແຂ່ງຂັນກັນປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພັດທະນາວຽກງານຂະແໜງຍຸຕິທໍາ ໃຫ້ມີຄວາມທັນສະໄໝ, ສີວິໄລ ແລະ ຍືນຍົງ ແລະ ເພື່ອເປັນການກວດກາຕີລາຄາປະເມີນພະນັກງານ-ລັດຖະກອນ ທົ່ວກະຊວງຍຸຕິທໍາ ໃນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ກາຍເປັນຂະບວນຟົດຟຶ້ນ ແລະ ແຂງແຮງ, ແນໃສ່ເຮັດໃຫ້ການປະຕິບັດແຜນພັດທະນາວຽກງານ ຍຸຕິທໍາ 5 ປີ 2021-2025 ໃຫ້ປາກົດຜົນເປັນຈິງ. ນອກນັ້ນເພື່ອເປັນການສົ່ງເສີມ ແລະ ຊຸກຍູ້ວຽກດີ ຄົນເດັ່ນ ໂດຍຜ່ານຂະບວນການແຂ່ງຂັນທີ່ມີການຈັດຕັ້ງ, ມີເນື້ອໃນ ແລະ ຄາດໝາຍສູ້ຊົນຈະແຈ້ງ, ເສີມຂະຫຍາຍຫົວຄິດປະດິດສ້າງ ເພື່ອດຶງດູດເອົາທຶນຮອນ, ບົດຮຽນທີ່ດີຈາກພາຍໃນ ແລະ ຕ່າງປະເທດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດແນວທາງນະໂຍບາຍຂອງພັກ, ກົດ ໝາຍ ແລະ ລະບຽບການຂອງລັດ ແລະ ທິດທາງ ໃນການພັດທະນາວຽກງານຍຸຕິທໍາ ຕາມເນື້ອໃນ ຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ V ອົງຄະນະພັກກະຊວງວາງອອກແຕ່ລະໄລຍະ ແລະ ເພື່ອເປັນການຈາລຶກຜົນງານ ແລະ ຄຸນງາມຄວາມດີ ຂອງບຸກຄົນ ແລະ ການຈັດຕັ້ງທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດ, ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ພ້ອມທັງເປັນການຊຸກຍູ້ໃຫ້ບຸກຄົນ ແລະ ການຈັດຕັ້ງ ມີການແຂ່ງຂັນກັນ ປະກອບສ່ວນເຂົ້າໃນການພັດທະນາວຽກງານ ຍຸຕິທໍາຢ່າງບໍ່ຢຸດຢັ້ງ.

อาจเป็นรูปภาพของ 9 คน และ ผู้คนกำลังยืน

          ຈາກນັ້ນ, ທ່ານ ບຸນທາຊົງເຢີທ່າວ ຮອງລັດຖະມົນຕີ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແຕ່ ປີ 2016-2020 ແລະ ທິດທາງແຜນການ ແຕ່ນີ້ ຮອດປີ 2025. ຕີລາຄາດ້ານດີ, ດ້ານອອ່ນ-ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້. ຊຶ່ງສະແດງອອກໃນການ ສະຫຼຸບ, ຕີລາຄາ ແລະ ປະເມີນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກຂອງຂະແໜງການຍຸຕິທຳ ສາມາດສັງລວມການຍ້ອງຍໍຜົນງານ 5 ປີ (2016-2020) ຂອງບຸກຄົນ ແລະ ກົມກອງ ທີ່ມີຜົນງານດີເດັ່ນ ດັ່ງນີ້: ຫຼຽນໄຊແຮງງານ ຊັ້ນ I ບຸກຄົນ ຈໍານວນ 19 ທ່ານ ແລະ 9 ກົມກອງ; ຫຼຽນໄຊແຮງງານ ຊັ້ນ II ບຸກຄົນ ຈຳນວນ 25 ທ່ານ ແລະ 3 ກົມກອງ; ຫຼຽນໄຊແຮງງານ ຊັ້ນ III ບຸກຄົນ ຈໍານວນ 86 ທ່ານ ແລະ 2 ກົມກອງ; ຫຼຽນກາແຮງງານ ບຸກຄົນ ຈໍານວນ 112 ທ່ານ ແລະ 1 ກົມກອງ; ໃບຍ້ອງຍໍລັດຖະບານ ບຸກຄົນ ຈຳນວນ 176 ທ່ານ; ໃບຍ້ອງຍໍລັດຖະມົນຕີບຸກຄົນ ຈໍານວນ 18 ທ່ານ.

อาจเป็นรูปภาพของ 15 คน และ ผู้คนกำลังยืน

          ໃນຕອນທ້າຍຂອງກອງປະຊຸມ, ກໍໄດ້ຮັບຟັງການໂອ້ລົມຂອງ ທ່ານ ໄພວີ ສີບົວລິພາ, ກໍາມະການສູນກາງ ພັກ, ລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ຫຼາຍດ້ານ ແລະ ທ່ານ ໄດ້ເນັ້ນໜັກບາງບັນຫາ ທີ່ຈະຕ້ອງໄດ້ສືບຕໍ່ ດັ່ງນີ້: ເພີ່ມທະວີຍົກສູງຄວາມຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊືມຢ່າງເລິກເຊິ່ງ ຕໍ່ກັບວຽກງານແຂ່ງຂັນ ແລະ ຍ້ອງຍໍ; ຄະນະພັກ, ຄະນະນໍາຕ້ອງເປັນເຈົ້າການນໍາພາສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ເລິກເຊິ່ງ; ສືບຕໍ່ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ບັນລຸຕາມ 4 ເນື້ອໃນການແຂ່ງຂັນ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ ແລະ ວຽກງານສາມສ້າງ ເພື່ອສະຫຼຸບໃຫ້ໄດ້ ບຸກຄົນ, ຄອບຄົວຕົວແບບ ແລະ ການຈັດຕັ້ງດີເດັ່ນ ເພື່ອຄັດເລືອກການຍ້ອງຍໍຜົນງານໃນປີ 2025; ສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ບົດແນະນໍາຕ່າງໆຂອງຂັ້ນເທິງ, ກໍາແຫນ້ນ ແລະ ເຊື່ອມຊຶມຢ່າງເລິກເຊິ່ງບັນດາຮູບການ ແລະ ວິທີການໃນການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍໃນແຕ່ລະໄລຍະ, ກໍານົດເນື້ອໃນການແຂ່ງຂັນດ້ານຕ່າງໆ, ຈັດຕັ້ງເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ດ້ວຍການກໍານົດບັນດາຄາດໝາຍສູ້ຊົນ ແລະ ໄລຍະເວລາຈັດຕັ້ງປະຕິບັດຈະແຈ້ງ, ຕິດຕາມຊຸກຍູ້ຂະບວນການໃຫ້ມີບັນຍາກາດຟົດຟື້ນ ແຕ່ລະໄລຍະບົນພື້ນຖານເນື້ອໃນການແຂ່ງຂັນຕ່າງໆ ທີ່ວາງອອກ.

อาจเป็นรูปภาพของ 13 คน และ ผู้คนกำลังยืน

ປະເພດຂ່າວ: