ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2017 ຂອງ ກະຊວງຍຸຕິທໍາ

     ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2017ຂຶ້ນໃນວັນທີ 7 ກໍລະກົດ 2017. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ  ກໍາມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທໍາ, ມີບັນດາຮອງລັດຖະມົນຕີ, ມີຫົວໜ້າຫ້ອງການ, ບັນດາຄະນະກົມ, ຫົວໜ້າສະຖາບັນ ແລະ ສູນ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.

     ໃນ​ພິທີ​ ທ່ານ ລີຊົງ ລີໄຊຕູ້ ຮອງຫົວໜ້າຫ້ອງການ​ກະຊວງຍຸຕິທໍາ ​ໄດ້​ຂຶ້ນ​ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ 2017 ແລະ ທິດທາງແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2017 ຊຶ່​ງ​ໄດ້​ຍົກ​ໃຫ້ເຫັນຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ລະຍະ 6 ເດືອນຜ່ານ​ມາ​, ມີ​ທັງ​ຈຸດ​ດີ ​ແລະ ຂໍ້ຄົງຄ້າງ ​ພ້ອມ​ທັງກຳນົດ​ທິດ​ທາງ​​ແຜນການ​ວຽກງານໃນ​ຕໍ່ໜ້າ. ກະຊວງຍຸຕິທໍາໃນຖານະເປັນເສນາທິການໃຫ້ແກ່ລັດຖະບານ ແລະ ຄຸ້ມຄອງມະຫາ ພາກໃນລະຍະ 6 ເດືອນຕົ້ນປີ 2017 ໄດ້ຈັດຕັ້ງປະຕິບັດສໍາເລັດ 5 ວຽກງານໃຫຍ່ຄື: ການສ້າງ ແລະ ປັບປຸງກົດໝາຍ, ການໂຄສະນາເຜີຍແຜ່ກົົດໝາຍ, ການສ້າງບຸກຄະລາກອນກົດໝາຍ, ການບໍລິການວຽກງານຍຸຕິທໍາ, ການພົວພັນຮ່ວມມືກັບສາກົນທາງດ້ານກົດໝາຍ ແລະ ວຽກງານຍຸຕິທໍາ. ສະເພາະວຽກງານສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາ ແມ່ນໄດ້ຄົ້ນຄ້ວາ ແລະ ສໍາເລັດການກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງ ນິຕິກໍາ ຈໍານວນທັງໝົດ 31 ສະບັບ, ໃນນີ້ ກົດໝາຍສ້າງໃໝ່ມີ 10 ສະບັບ, ກົດໝາຍປັບປຸງມີ 8 ສະບັບ ແລະ ດໍາລັດ 13 ສະບັບ.

     ສໍາລັບວຽກງານໂຄສະນາເຜີຍແຜ່ກົດໝາຍ ໃນ 6 ເດືອນຜ່ານມາ ສາມາດຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍທາງໂທລະພາບ, ວິທະຍຸກະຈາຍສຽງ ແລະ ໂທລະພາບ ເປັນພາສາລາວ ແລະ ພາສາມົ້ງ (ຜ່ານລາຍການຄວາມ ຮູ້ທາງດ້ານກົດໝາຍ) ໄດ້ທັງໝົດ 125 ຄັ້ງ ແລະ ຂຽນບົດລົງໜັງສືພິມໄດ້ 135 ບົດ; ນອກຈາກນີ້ ຍັງໄດ້ເອົາກົດໝາຍ ແລະ ນິຕິກໍາລົງໃນເວັບໄຊຈົດໝາຍເຫດທາງລັດຖະການ; ສໍາເລັດການຈັດພິມ ແລະ ແຈກຢາຍປະຕິ ທິນປະຈໍາປີ 2017 ອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ; ໄດ້ສໍາເລັດການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງໄດ້ 4 ຄັ້ງ; ໄດ້ສໍາເລັດການກວດແກ້ ແລະ ຮຽບຮຽງບັນດາກົດໝາຍ ຂົງເຂດຕ່າງໆທັງກົດໝາຍສ້າງໃໝ່ ແລະ ກົດໝາຍປັບປຸງໄດ້ຫຼາຍສະບັບ ພ້ອມທັງກະກຽມເພື່ອຈັດພິມເປັນປຶ້ມກົດໝາຍຫົວນ້ອຍ, ໄດ້ອັດລາຍການ ເພື່ອສັງຄົມຍຸຕິທໍາຜ່ານລາຍການໂທລະພາບ ປກສ ຊຶ່ງອອກອາ ກາດທຸກໆ ວັນອາທິດ ເວລາ 20:00 ໂມງ ຫາ 20:30 ໂມງ ແລະ ທຸກໆ ວັນຈັນເວລາ 10:30 ຫາ 11:00 ໂມງໄດ້ 24 ເທັບ, ໄດ້ເອົາບົດຂ່າວເຜີຍແຜ່ກົດໝາຍລົງເວັບໄຊ 84 ຄັ້ງ ແລະ ໄດ້ເອົາກົດໝາຍລົງໃນແອັບກົດໝາຍ ລາວທາງໂທລະສັບມືຖື ເພື່ອໃຫ້ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ສາມາດເຂົ້າເຖິງການບໍລິການດ້ານກົດໝາຍ.

     ໄດ້ແຈກຢາຍໜັງສືພິມ ສະບັບທີ 36,37,38,39,40,41 ຈໍານວນ 7,800 ສະບັບ, ແຈກຢາຍປຶ້ມກົດໝາຍ 4 ຂົງເຂດ ຈໍານວນ 1,503 ຫົວ ແລະ ປຶ້ມຄູ່ມືເຕັກນິກການໂຄສະນາເຜີຍແຜ່ກົດໝາຍ ເຫຼັ້ມ I,II ຈໍານວນ 4,757 ຫົວ. ຢູ່ຂັ້ນທ້ອງຖິ່ນ ສາມາດຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍທາງໂທລະພາບ, ທາງວິທະຍຸກະຈາຍສຽງ, ໂທລະໂຄ່ງເປັນພາສາລາວ ແລະ ພາສາມົ້ງໄດ້ 1,003 ຄັ້ງ, ໂຄສະນາເຜີຍແຜ່ກົດໝາຍທາງປາກເປົ່າຢູ່ບ້ານໄດ້ 993 ຄັ້ງ, ຢູ່ກຸ່ມບ້ານໄດ້ 168 ກຸ່ມ, ສະຖານທີ່ອື່ນ 4 ຄັ້ງ ແລະ ໂຮງຮຽນໄດ 63 ຄັ້ງ ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 94,507 ຄົນ, ຍິງ 49,252 ຄົນ, ຂຽນບົດລົງໜັງສືພິມໄດ້ 173 ບົດ, ໃຫ້ຄໍາປຶກສາທາງດ້ານກົດໝາຍ ໂດຍບໍ່ ເສຍຄ່າໃຫ້ແກ່ປະຊາຊົນໄດ້ 363 ຄັ້ງ ແລະ ຂຶ້ນຫ້ອງສອນໄດ້ 305 ຊົ່ວໂມງ. ຫຼັງຈາກ​ນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ​ກໍ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນຢ່າງ​ກົງ​ໄປ​ກົງ​ມາ ໂດຍ​ສະ​ເພາະ​ລົງ​ເລິກ​ບັນຫາຄົງ​ຄ້າງ​ໃນ​ການ​ປະຕິບັດໜ້າທີ່​ວິຊາ​ສະ​ເພາະ​ໃນ​ລະຍະ​ຜ່ານ​ມາ  ​ເພື່ອ​ຮັບປະກັນໃຫ້ແກ່ວຽກງານ​​ໄດ້ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງຖືກຕ້ອງ, ວ່ອງ​ໄວ ​ແລະ ມີ​ປະສິດທິພາບ.

     ຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ກໍາມະການສູນກາງພັກ  ລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ໃຫ້ກຽດມອບໃບຍ້ອງຍໍຜົນງານປະຈໍາປີ 2016  ແລະ ໂອ້ລົມຕໍ່ພິທີ ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດທີ່ຄະນະພັກ-ຄະນະນໍາ ກໍຄືພະນັກງານ-ລັດຖະກອນທີ່ຍາດມາໄດ້  ແລະ ໄດ້ເນັ້ນໜັກໃຫ້ພະນັກງານ-ລັດຖະກອນຈົ່ງພ້ອມກັນຄົ້ນຄ້ວາ, ເຊື່ອມຊຶມ, ກໍາແໜ້ນແນວທາງ, ນະໂຍບາຍຂອງພັກ ແລະ ກົດໝາຍຂອງ ລັດທີ່ວາງອອກໃນແຕ່ລະລະຍະ ໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ປາກົດຜົນເປັນຈິງ.

ຂຽນຂ່າວ: ໄຊຍະສິດ    ຖ່າຍພາບໂດຍ: ສຸກສາຄອນ, ສົມຫວັງ

ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ

ປະເພດຂ່າວ: