ກອງປະຊຸມ ຄົບຄະນະບໍລິຫານງານພັກກະຊວງ ຄັ້ງທີ 9 ສະໄໝທີ V

Primary tabs

          ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ມັງກອນ 2023 ທີ່ຫ້ອງປະຊຸມຂອງກະຊວງຍຸຕິທຳ ໂດຍການເປັນປະທານຂອງ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ມີສະຫາຍຮອງເລຂາ, ກຳມະການຄະນະພັກກະຊວງ, ເລຂາໜ່ວຍພັກ, ພ້ອມດ້ວຍຜູ້ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.
อาจเป็นรูปภาพของ 11 คน, ผู้คนกำลังยืน และ สถานที่ในร่ม
          ໃນກອງປະຊຸມກໍໄດ້ຮັບຟັງການລາຍງານບົດສະຫຼຸບຕີລາຄາການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກກະຊວງ ກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງຍຸຕິທຳ ຄັ້ງທີ V ປະຈຳປີ 2022 ຕໍ່ກອງປະຊຸມຄົບຄະນະເປີດກວ້າງ ຄັ້ງທີ 9 ສະໄໝທີ V ຂອງອົງຄະນະພັກກະຊວງຍຸຕິທໍາ ໃນໄລຍະ 1 ປີ ຜ່ານມາ ແລະ ທິດທາງແຜນການ ປີ 2023 ໂດຍ ສະຫາຍ ບຸນທາ ຊົງເຢີທ່າວ ຮອງເລຂາຄະນະບໍລິຫານງານພັກກະຊວງ. ຊຶ່ງບົດລາຍງານໄດ້ຍົກໃຫ້ເຫັນວ່າ ຍາມໃດຄະນະບໍລິຫານງານພັກກະຊວງ ກໍຖືສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຢ່າງເປັນປົກກະຕິ ພ້ອມນັ້ນກໍໄດ້ເອົາໃຈໃສ່ໃນການຊີ້ນຳ-ນຳພາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເປັນຕົ້ນ ວຽກງານສ້າງ ແລະ ປັບປຸງກົດໝາຍ, ວຽກງານໂຄສະນາເຜີຍແຜ່ກົດໝາຍ, ວຽກງານສ້າງບຸຄະລາກອນກົດໝາຍ, ວຽກງານບໍລິການກົດໝາຍ ແລະ ຍຸຕິທຳ, ວຽກງານປະຕິບັດຄຳຕັດສີນຂອງສານ, ວຽກງານພົວພັນຮ່ວມມືສາກົນ ແລະ ວຽກງານຫ້ອງການ. ນອກຈາກວຽກງານດັ່ງກ່າວ ຍັງມີວຽກງານການນຳພາກໍ່ສ້າງພັກ, ປັບປຸງກົງຈັກການຈັດຕັ້ງ ແລະ ພະນັກງານ, ວຽກງານກວດກາ ແລະ ປ້ອງກັນຄວາມສະຫງົບພາຍໃນ, ວຽກງານອົງການຈັດຕັ້ງມະຫາຊົນ. ນອກນັ້ນ, ໃນບົດສະຫຼຸບຍັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂ ແລະ ທິດທາງແຜນການປະຈຳປີ 2023 ພ້ອມກັນນັ້ນຜູ້ເຂົ້າຮ່ວມກໍຍັງໄດ້ຮັບຟັງ ບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2022 ແລະ ແຜນງົບປະມານ ປີ 2023, ບົດລາຍງານການຕີລາຄາການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022, ບົດລາຍງານກ່ຽວກັບການກະກຽມກອງປະຊຸມວຽກງານຍຸຕິທຳ ປະຈຳປີ 2022, ກອງປະຊຸມວຽກງານຍຸຕິທຳຮາກຖານ ແລະ ກອງປະຊຸມສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 2016-2020, ລາຍງານການຈັດຕັ້ງຜັນຂະຫຍາຍກອງປະຊຸມຊາຍແດນຕິດຈອດກັນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄັ້ງທີ V ກ່ຽວກັບສັນຊາດ, ລາຍງານຜົນສຳເລັດກອງປະຊຸມການຈັດຕັ້ງປະຕິບັດຄຳຕັດສີນຂອງສານທີ່ຊັກຊ້າ, ບໍ່ມີເງື່ອນໄຂປະຕິບັດ ແລະ ທິດທາງແກ້ໄຂໃນຕໍ່ໜ້າ. ຫຼັງຈາກນັ້ນ ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບດັ່ງກ່າວຢ່າງກົງໄປກົງມາ ເພື່ອໃຫ້ສອດຄ່ອງກັບສະພາບການຕົວຈິງ.
          ຕອນທ້າຍຂອງກອງປະຊຸມ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກະຊວງ, ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ຍ້ອງຍໍຊົມເຊີຍຜົນສຳເລັດໃນການຊີ້ນຳ-ນຳພາໃນໄລຍະ 1 ປີຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະບໍລິຫານງານພັກກະຊວງ, ຄະນະໜ່ວຍພັກ, ຮາກຖານໜ່ວຍພັກ ແລະ ສາມອົງການຈັດຕັ້ງມະຫາຊົນ ຕ້ອງໄດ້ເອົາໃຈໃສ່ ຍົກສູງໃນການຊີ້ນຳ-ນຳພາໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ໂດຍສະເພາະ ການສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມບັນດາມະຕິ, ຄຳສັ່ງຂອງພັກ, ນິຕິກຳຕ່າງໆໃຫ້ແກ່ສະມາຊິກ, ຄົ້ນຄ້ວາຜັນຂະຫຍາຍນິຕິກຳໃຫ້ສອດຄ່ອງ ເຂົ້າກັບຄວາມຮັບຜິດຊອບຂອງແຕ່ລະພາກສ່ວນຂອງຂະແໜງຍຸຕິທຳ; ເພີ່ມທະວີການນຳພາແນວຄິດ ຕິດຕາມສະພາບຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ບໍ່ໃຫ້ເກີດປາກົດການຫຍໍ້ທໍ້, ມີແບບແຜນໃນການຄຸ້ມຄອງພະນັກງານຂອງຂະແໜງຍຸຕິທຳ, ເອົາໃຈໃສ່ຄົ້ນຄວ້າຍົກລະດັບຄວາມຮູ້ໃນການສ້າງພະນັກງານຄຸ້ມຄອງ; ໜ່ວຍພັກ, ຄະນະກວດກາພັກ ຕ້ອງມີແບບແຜນເປັນລະບົບໃນການກວດກາພາຍໃນໃຫ້ຖືກຕ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານກວດກາ; ກວດກາແບບແຜນວິທີນຳພາ, ຕີລາຄາການນຳພາຂອງແຕ່ລະໜ່ວຍພັກ ລວມໄປເຖິງຄະນະພັກຮາກຖານ; ຄະນະໜ່ວຍພັກແຕ່ລະໜ່ວຍຕ້ອງໄດ້ກວດກາ ການປະຕິບັດການເຄື່ອນໄຫວວຽກງານໃຫ້ຖືກຕ້ອງຕາມພາລະບົດບາດ ແລະ ກົນໄກການປະສານງານໃຫ້ຖືກຕ້ອງສອດຄ່ອງ; ສຳລັບວຽກງານ 3 ອົງການຈັດຕັ້ງມະຫາຊົນ ເພີ່ມທະວີການຊຸກຍູ້ຂະບວນການຕ່າງໆ ເປັນຕົ້ນ ດ້ານວິຊາສະເພາະ, ການສ້າງຂະບວນການອອກແຮງງານ, ຂະບວນການກິລາ, ສ້າງຄວາມສາມັກຄີ, ສ້າງພະນັກງານສືບທອດ ລ້ວນແຕ່ຂຶ້ນກັບ 3 ອົງການຈັດຕັ້ງມະຫາຊົນ ໃຫ້ເພີ່ມທະວີເປັນຂະບວນການຟົດຟື້ນ ແລະ ເປັນເຈົ້າການໃນການນຳພາ.
ຂ່າວ-ພາບ: ນ. ບຸນຖອມ ພະສະແຫວງ
ປະເພດຂ່າວ: