ກະຊວງຍຸຕິທຳ ຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດກອງປະຊຸມ ກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ການປະກັນສັງຄົມ (ສະບັບປັບປຸງ)

    ໃນລະຫວ່າງວັນທີ 9-10 ມັງກອນ 2018 ທີ່ຫ້ອງປະຊຸມຂອງກະຊວງຍຸຕິທໍາ, ກະຊວງຍຸຕິທຳ ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ການປະກັນສັງຄົມ (ສະບັບປັບປຸງ) ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ຄັ້ງວັນທີ 25 ກໍລະກົດ 2017 ຢູ່ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນ ກໍລະກົດ 2017. ໂດຍການເປັນປະທານຮ່ວມຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ປອ. ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຄະນະຮັບຜິດຊອບຮ່າງກົດໝາຍວ່າດ້ວຍ ການປະກັນສັງຄົມ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານວິຊາການກົດໝາຍຂອງກະຊວງຍຸຕິທໍາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄວ້າລົງເລິກເນື້ອໃນຂອງຮ່າງກົດໝາຍ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ, ກົດໝາຍດັ່ງກ່າວແບ່ງອອກເປັນ 3 ພາກຄື: ພາກພະນັກງານ-ລັດຖະກອນ, ພາກພະນັກງານລັດວິສາຫະກິດ ແລະ ພາກປະກັນສຸຂະພາບ ໂດຍເຍືອງໃສ່ບັນດານະໂຍບາຍຂອງພັກ-ລັດ ກໍຄືນິຕິກຳທີ່ກ່ຽວຂ້ອງ ແລະ ບົດຮຽນຂອງປະເທດໃກ້ຄຽງໃນການກຳນົດນະໂຍບາຍຕ່າງໆ ເພື່ອກຳນົດເນື້ອໃນຂອງຮ່າງກົດໝາຍວ່າດ້ວຍ ການປະກັນສັງຄົມ ໃຫ້ມີຄວາມລະອຽດຈະແຈ້ງ ເຮັດໃຫ້ກົດໝາຍສະບັບດັ່ງກ່າວ ຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນພາກປະຕິບັດຕົວຈິງ.

 

ຂ່າວໂດຍ: ສີປະໄພ

ພາບໂດຍ: ສົມຫວັງ

ປະເພດຂ່າວ: