ປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ

ໃນຕອນບ່າຍຂອງວັນທີ 1 ກຸມພາ 2019 ທີ່ຜ່ານມາ ຢູ່ທີ່ສະໂມສອນຂອງກະຊວງຍຸຕິທໍາ ໄດ້ປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ Vll ໃຫ້ພະນັກງານຫຼັກແຫຼ່ງກະຊວງຍຸຕິທໍາຂຶ້ນ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີສະຫາຍ ປອ ນາງໄກສອນ ຈັນສີນາ ຮັກສາການຫົວໜ້າກົມວິຊາການສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ບັນດາສະຫາຍເລຂາໜ່ວຍພັກ, ຄະນະຮັບຜິດຊອບຊຸດຝຶກອົບຮົມຂອງກະຊວງຍຸຕິທໍາ ແລະ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມຈໍານວນ 44 ສະຫາຍ, ຍິງ 21 ສະຫາຍ.

ໃນພິທີ ສະຫາຍ ບຸນທາ ຊົງເຢີທ່າວ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍໄດ້ຜ່ານບົດສະຫຼຸບການຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໄລຍະສັ້ນ 45 ວັນ ໃນຄັ້ງນີ້ ແມ່ນເປັນການຍົກລະດັບຄວາມຮັບຮູ້ທາງດ້ານທິດສະດີການເມືອງ ແລະ ການປົກຄອງ ເຮັດໃຫ້ນັກຝຶກອົບຮົມມີຄວາມຮັບຮູ້ຢ່າງເປັນລະບົບ ແລະ ເຂົ້າໃຈແຈ້ງກວ່າເກົ່າ ກ່ຽວກັບຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ກໍາແໜ້ນບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງບໍລິຫານລັດ; ສ້າງວິໄສທັດໃນການສັງເກດຕີລາຄາບັນຫາຕ່າງໆ ໃຫ້ຖືກຕ້ອງຊັດເຈນ, ການເບິ່ງບັນຫາ ແລະ ແກ້ໄຂບັນຫາຕ່າງໆໃຫ້ຖືກຕ້ອງກວ່າເກົ່າ ແລະ ຄະນະພັກ, ຄະນະຮັບຜິດຊອບກໍໄດ້ຕັ້ງໜ້າກະກຽມວຽກງານດ້ານຕ່າງໆຢ່າງເປັນລະບົບ, ເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດຕິດແທດ ພ້ອມທັງສ້າງເງື່ອນໄຂອໍານວຍຄວາມສະດວກ, ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ມີການກວດກາຢ່າງເປັນປົກກະຕິ ເຮັດໃຫ້ການຝຶກອົບຮົມດໍາເນີນໄປຕາມຈຸດປະສົງ ແລະ ໄດ້ຕາມລະດັບຄາດໝາຍທີ່ກໍານົດໄວ້.
ໃນຕອນທ້າຍຂອງພິທີ ທ່ານປະທານ ກໍຍັງໃຫ້ກຽດໂອ້ລົມຕໍ່ນັກຝຶກອົບຮົມຕື່ມອີກ ແລະ ກໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບ, ຄູ-ອາຈານທີ່ໄດ້ເອົາໃຈໃສ່ໃນການຊີ້ນໍາ-ນໍາພາຄົ້ນຄວ້າ, ສິດສອນ, ສໍາລັບນັກຝຶກອົບຮົມກໍໄດ້ເອົາໃຈໃສ່ໃນການສຶກສາຄົ້ນຄວ້າຮໍ່າຮຽນຕະຫຼອດໄລຍະ 45 ວັນ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ. ພາຍຫຼັງທີ່ສໍາເລັດການຝຶກອົບຮົມໃນຄັ້ງນີ້ແລ້ວ ກໍກັບຄືນສູ່ກົມກອງຂອງຕົນ, ຕ້ອງນໍາເອົາບົດຮຽນ, ຄວາມຮູ້ຄວາມສາມາດດ້ານທິດສະດີການເມືອງ-ການປົກຄອງ ທີ່ໄດ້ສຶກສາຮໍ່າຮຽນມາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຢູ່ພາຍໃນກົມກອງຂອງຕົນໃຫ້ໄດ້ຮັບຜົນດີ, ມີປະສິດທິຜົນສູງ ແລະ ໃນພິທີ ສະຫາຍ ປອ ນາງ ໄກສອນ ຈັນສີນາ ຮັກສາການຫົວໜ້າກົມວິຊາການສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ກໍໄດ້ໃຫ້ກຽດມອບໃບຢັ້ງຢຶນໃຫ້ແກ່ນັກຝຶກອົບຮົມ ຈໍານວນ 44 ສະຫາຍ, ຍິງ 21 ສະຫາຍ ທີ່ໄດ້ສໍາເລັດການຝຶກອົບຮົມທິດສະດີການເມືອງ-ການປົກຄອງໃນຄັ້ງນີ້.

ຂ່າວ-ພາບ: ຂົນ ບຸນທິສານ

ປະເພດຂ່າວ: