ພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ

Primary tabs

          ຕອນເຊົ້າວັນທີ 3 ກຸມພາ 2023 ຢຸ່ທີ່ສະໂມສອນກະຊວງຍຸຕິທຳໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຜູ້ເຂົ້າຮ່ວມ ມີ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ, ບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.

อาจเป็นรูปภาพของ 11 คน, ผู้คนกำลังยืน และ สถานที่ในร่ม

          ໃນພິທີທ່ານປະທານ ໄດ້ເລົ່າເຖິງປະຫວັດສາດການກຳເນີດຂອງກອງທັບປະຊາຊົນລາວ ຊາດລາວແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານນັບຫຼາຍພັນປີ ປະຊາຊົນລາວບັນດາເຜົ່າມີມູນເຊື້ອຮັກຊາດອັນດູດດື່ມ, ມີມູນເຊື້ອສາມັກຄີ, ດຸໝັ່ນ ແລະ ມູນເຊື້ອພິລະອາດຫານ ຕໍ່ຕ້ານກັບການຮຸກຮານຂອງພວກສັດຕູພາຍນອກ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດອັນແສນຮັກຂອງຕົນ ອັນພົ້ນເດັ່ນແມ່ນຂະບວນການຕໍ່ສູ້ທ້ອນໂຮມປະເທດຊາດພາຍໃຕ້ການນຳພາຂອງ ເຈົ້າຟ້າງຸ່ມ ມະຫາລາດ, ຂະບວນການຕໍ່ສູ້ຂອງເຈົ້າໄຊເຊດຖາທິລາດ, ເຈົ້າສຸລິຍະວົງສາ ແລະ ຜູ້ອື່ນໆ. ຈາກສະພາບແວດລ້ອມດັ່ງກ່າວ ໂດຍປະຕິບັດຕາມຄຳສັ່ງຂອງສູນກາງພັກກອມມູນິດອິນດູຈີນ ມາຮອດຕອນເຊົ້າຂອງວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖ້ຳແມ ເຂດລາວຮຸ່ງ-ພຽງສາ, ເມືອງຊຽງຄໍ, ແຂວງຫົວພັນ ທ່ານ ປະທານໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງກອງລາດສະວົງ ຂຶ້ນເປັນທາງການ ໂດຍແມ່ນ ທ່ານ ເພັດສະວົງ ເປັນຫົວໜ້າການທະຫານ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນຫົວໜ້າການເມືອງ ແລະ ທ່ານ ຄຳມູນ ເປັນຮອງຜູ້ບັນຊາການ. ໃນວັນດຽວກັນນັ້ນໂດຍພາຍໃຕ້ການນຳພາອັນແທດເຖິງຂອງສາຂາພັກກອມມູນິດອິນດູຈີນ ກອງປະຊຸມໄດ້ເອົາສະຖານທີ່ກອງປະຊຸມລາດສະວົງ ເປັນບ່ອນຈັດຕັ້ງພິທີປະກາດສ້າງຕັ້ງກອງທັບລາວອິດສະຫຼະຂຶ້ນຢ່າງເປັນທາງການ ໂດຍແມ່ານ ທ່ານໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ. ຖັດຈາກນັ້ນມາ, ບັນດາກອງເອກະລາດອຶ່ນໆ ເຊັ່ນ: ກອງໄຊຈັກກະພັດ, ກອງຟ້າງຸ່ມ, ກອງປັດໄຈ ແລະ ກອງໄຊເຊດຖາ ກໍໄດ້ປະກາດຮັບເອົາເຂົ້າໂຮມເປັນກອງທັບລາວອິດສະຫຼະເປັນທາງການ ພາຍໃຕ້ການຊີ້ນຳໂດຍກົງຂອງສາຂາພັກກອມມູນິດອິນດູຈີນປະຈຳລາວ; ນັບແຕ່ນັ້ນມາ ວັນທີ 20 ມັງກອນ 1949 ຈຶ່ງກາຍເປັນວັນປະຫວັດສາດແຫ່ງການສ້າງຕັ້ງ ກອງທັບປະຊາຊົນລາວ.

อาจเป็นรูปภาพของ 14 คน, ผู้คนกำลังยืน และ สถานที่ในร่ม

          ການສ້າງຕັ້ງກອງທັບປະຊາຊົນລາວ 20 ມັງກອນ 1949 ແມ່ນມີຄວາມໝາຍສຳຄັນທີ່ສຸດ ມັນແມ່ນເຫດການປະຫວັດສາດໜຶ່ງທີ່ສຳຄັນ ທັງເປັນບາດກ້າວແຫ່ງການຂະຫຍາຍຕົວຂອງການປະຕິວັດ, ການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດ, ເປັນກຳລັງຫຼັກແຫຼ່ງໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຄວາມເປັນເອກະລາດແຫ່ງຊາດ. ນອກຈາກນັ້ນ, ກອງທັບປະຊາຊົນລາວຍັງເປັນມູນເຊື້ອອັນສະຫງ່າງາມ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ; ມີນ້ຳໃຈຕໍ່ສູ້ພິລະອາດຫານ, ກ້າແກ່ນ, ໜຽວແໜ້ນ ແລະ ມີໄຫວພິບ; ມີນ້ຳໃຈດຸໝັ່ນຂະຫຍັນພຽນ, ອອກແຮງງານເພີ່ມພູນຜະລິດຜົນ, ປະຢັດມັດທະຍັດ; ຍາມໃດກໍຢຶດໝັ້ນການພົວພັນ, ສາມັກຄີແບບກາຍອິນຊີອັນແໜ້ນແຟ້ນກັບປະຊາຊົນບັນດາເຜົ່າ, ສາມັກຄີກັບກອງທັບປະເທດສັງຄົມນິຍົມອ້າຍນ້ອງ ແລະ ບັນດາປະເທດເພື່ອນມິດທີ່ກ້າວໜ້າໃນໂລກ ໂດຍສະເພາະແມ່ນຄວາມສາມັກຄີຮ່ວມສຳພັນສູ້ຮົບພິເສດກັບກອງທັບປະຊາຊົນຫວຽດນາມ ແລະ ສາມັກຄີຮ່ວມມືຮອບດ້ານກັບກອງທັບປົດປ່ອຍປະຊາຊົນອິນດູຈີນ; ກອງທັບປະຊາຊົນລາວເວລາໃດກໍຮັກສາມູນເຊື້ອອັນດີງາມ ພາຍໃນມີປະຊາທິປະໄຕ ແລະ ມີລະບຽບວິໄນຢ່າງເຂັ້ມງວດ.

อาจเป็นรูปภาพของ 7 คน, ผู้คนกำลังยืน และ สถานที่ในร่ม

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: