ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວລົງເຄື່ອນໄຫວເຮັດວຽກຮ່ວມກັບຊາວໜຸ່ມກະຊວງຍຸຕິທໍາ

ໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມເຮັດວຽກຮ່ວມກັນລະຫວ່າງຄະນະສູນກາງຊາວໜຸ່ມກັບຄະນະຊາວໜຸ່ມກະຊວງຍຸຕິທໍາຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ແສງດາວ ແກ້ວຂາວມະນີ ຄະນະພັກ ຮອງປະທານກວດກາສູນກາງຊາວໜຸ່ມ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການຂອງສອງພາກສ່ວນເຂົ້າຮ່ວມທັງໝົດຈໍານວນ 29 ທ່ານ,ຍິງ 10 ທ່ານ. 

ໃນກອງປະຊຸມ ທ່ານ ແສງເພັດ ລ່ຽມພຣະຈັນ ຄະນະບໍລິຫານງານ, ປະທານກວດກາຊາວໜຸ່ມກະຊວງຍຸຕິທໍາ ກໍໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2018 ແລະ ທິດທາງແຜນການປະຈໍາປີ 2019. ຄະນະບໍລິຫານງານຊາວໜຸ່ມ ປປລ ກະຊວງຍຸຕິທໍາ ແມ່ນອົງການຈັດຕັ້ງມະຫາຊົນ, ເຄື່ອນໄຫວພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງ ແລະ ຮອບດ້ານຈາກອົງຄະນະພັກ ມີບົດບາດໃນການສຶກສາອົບຮົມຄຸນທາດການເມືອງ, ມູນເຊື້ອອັນດີງາມຂອງຊາດ, ເຕົ້າໂຮມຄວາມສາມັກຄີຊາວໜຸ່ມບັນດາເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ, ເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ, ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2018 ຂອງຊາວໜຸ່ມກະຊວງຍຸຕິທໍາ ພວກເຮົາສາມາດຖອດກອນບົດຮຽນໄດ້ ດັ່ງນີ້: 1. ການຊີ້ນໍາ-ນໍາພາຂອງພັກ, ການຊ່ວຍເຫຼືອເອື້ອອໍານວຍຄວາມສະດວກຈາກອໍານາດການປົກຄອງຕໍ່ຄະນະຊາວໜຸ່ມ ແມ່ນປັດໄຈພື້ນຖານໃຫ້ແກ່ການເຄື່ອນໄຫວຂອງຄະນະຊາວໜຸ່ມ ແລະ ຄະນະຊາວໜຸ່ມຕ້ອງຮູ້ຈັກຍາດແຍ່ງຄໍາເຫັນ ແລະ ການຊ່ວຍເຫຼືອຈາກຄະນະພັກ, ອໍານາດການປົກຄອງ ແລະ ສັງຄົມ; 2. ຄະນະບໍລິຫານງານ, ຄະນະຮາກຖານຊາວໜຸ່ມ ຕ້ອງເອົາໃຈໃສ່ຄົ້ນຄວ້າກໍາໄດ້ແນວທາງຂອງພັກ, ຮູ້ນໍາພາວຽກງານການເມືອງ-ແນວຄິດຂອງສະມາຊິກ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຜົນປະໂຫຍດຂອງໄວໜຸ່ມ ແລະ ສາມາດເຕົ້າໂຮມຄວາມສາມັກຄີພາຍໃນໄດ້ດີ; 3.ຕ້ອງເອົາໃຈໃສ່ໃນການພົວພັນກັບຄະນະຊາວໜຸ່ມພາກສ່ວນອື່ນ ໂດຍສະເພາະແມ່ນຊາວໜຸ່ມແຮກສ່ຽວ ເພື່ອພົບປະແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ; 4. ຖືສໍາຄັນໃນການປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີຄວາມສາມັກຄີເປັນເອກະພາບໃນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນອື່ນຮັບຜິດຊອບ, ເຮັດວຽກຢ່າງມີແບບແຜນ, ມີການສະຫຼຸບຖອດຖອນບົດຮຽນ, ມີການຍ້ອງຍໍຊົມເຊີຍ ແລະ ຕໍານິສົ່ງຂ່າວຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ. 

ຂ່າວ-ພາບ: ຂົນ ບຸນທິສານ