ກອງປະຊຸມທາບທາມບຸກຄະລາກອນ ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ຊຸດໃໝ່

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ກັນຍາ 2019 ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງຍຸຕິທຳ ໂດຍການເປັນປະທານຂອງ ສະຫາຍ ສຸລິຍາ ສີດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ, ເປັນກຽດເຂົ້າຮ່ວມມີ ສະຫາຍ ບຸນເມກ ບັນນາວົງ ຄະນະປະຈຳພັກກະຊວງ, ຫົວໜ້າກົມກວດກາ, ມີຄະນະບໍລິຫານງານຊາວໜຸ່ມກະຊວງ, ຄະນະໜ່ວຍຊາວໜຸ່ມອ້ອມຂ້າງ ພ້ອມດ້ວຍສະມາຊິກຊາວໜຸ່ມທີ່ຂຶ້ນກັບຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ຄຳເສີດ ວິລະພັນ ຄະນະບໍລິຫານຊາວໜຸ່ມກະຊວງຍຸຕິທຳ ກໍໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ທີ່ຈະສະໝັກເປັນຄະນະບໍລິຫານງານຊາວໜຸ່ມກະຊວງ ຊຸດໃໝ່ ແລະ ວິທີການໃນການຄັດເລືອກເອົາບຸກຄະລາກອນ. ຫຼັງຈາກນັ້ນ, ສະຫາຍ ສຸລິຍາ ສີດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມທຸກສະຫາຍເອົາໃຈໃສ່ໃນຄັດເລືອກຜູ້ທີ່ມີຜົນງານພົ້ນເດັ່ນ ແລະ ເປັນແບບຢ່າງນຳໜ້າ ແລະ ຄົບຕາມມາດຖານເງື່ອນໄຂ ທີ່ຄະນະບໍລິຫານງານສູນກາງຊາວໜຸ່ມວາງອອກ ເພື່ອເຮັດໃຫ້ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ມີຄວາມໜັກແໜ້ນ, ເຂັ້ມແຂງ ສາມາດເສີມຂະຫຍາຍຕາມ 5 ພາລະບົດບາດ ແລະ 13 ໜ້າທີ່ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ, ພ້ອງທັງສ້າງຂະບວນການຂອງຊາວໜຸ່ມ ໃຫ້ຟົດຟື້ນ ແລະ ມີເນື້ອໃນປະຫວັດສາດຢ່າງເປັນປົກກະຕິ.
ໃນຕອນທ້າຍຂອງກອງປະຊຸມ ກໍໄດ້ມີການບ່ອນບັດຄັດເລືອກເອົາບຸກຄະລາກອນທີ່ຈະສະໝັກເປັນຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ຊຸດໃໝ່ ຕື່ມອີກ.

ຂຽນຂ່າວ: ອ່ອນຄຳ ໄຊຍະວົງ; ຖ່າຍພາບ: ບຸນຖອມ ພະສະແຫວງ