ກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການສ້າງນິຕິກໍາ ທີ່ ໂຮງແຮມ ຄຣາວພລາຊາ

ໃນຕອນເຊົ້າຂອງວັນທີ 28 ພຶດສະພາ 2019 ຢູ່ທີ່ ໂຮງແຮມ ຄຣາວພລາຊາ ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການສ້າງນິຕິກໍາຂຶ້ນ ໂດຍພາຍໃຕ້ການເປັນປະ ທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ, ແລະ ຄະນະຮັບຜິດຊອບເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 4 ທ່ານ. 

ໃນກອງປະຊຸມ ທ່ານ ປີເຕີ ແມັກເຄນນາ ຜູ້ຊ່ຽວຊານໂຄງການພັດທະນາພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງໄລຍະ 2 ກໍໄດ້ສະເໜີຄວາມໝາຍ ແລະ ຄວາມສໍາຄັນຂອງການປະເມີນຜົນກະທົບຂອງຮ່າງນິຕິກໍາ ແລະ ການປັບປຸງກົດໝາຍວ່າດ້ວຍ ການສ້າງນິຕິກໍາ ທີ່ພົວພັນກັບການປະເມີນຜົນກະທົບຂອງຮ່າງນິຕິກໍາ ໃນການສ້າງ ຫຼື ປັບປຸງນິຕິກໍາ ຕ້ອງມີການສ້າງບົດປະເມີນຜົນກະທົບຂອງຮ່າງນິຕິກໍາ ທີ່ພິຈາລະນາເຖິງຈຸດປະສົງ, ທາງເລືອກ ແລະ ຜົນກະທົບ ທີ່ລວມມີຜົນປະໂຫຍດ ແລະ ຜົນເສຍຫາຍຈາກນິຕິກໍາ. ການປະເມີນຜົນກະທົບດັ່ງກ່າວ ແມ່ນການສຶກສາເຖິງວິທີປ້ອງກັນຜົນກະທົບທີ່ບໍ່ໄດ້ຄາດໝາຍໄວ້ ແລະ ຜົນເສຍຫາຍທີ່ບໍ່ຈໍາເປັນທີ່ອາດມີຕໍ່ຊຸມຊົນ, ພາກທຸລະກິດ ແລະ ລັດຖະບານ, ບົດປະເມີນຜົນກະທົບຂອງຮ່າງນິຕິກໍາ ເປັນບົດຄົ້ນຄວ້າທີ່ມີຂໍ້ມູນຄົບຖ້ວນລະອຽດ ເພື່ອເປັນບ່ອນອີງໃຫ້ຜູ້ມີອໍານາດຕັດສີນໃຈ ພິຈາລະນາເຖິງ ການສ້າງ ຫຼື ປັບປຸງນິຕິກໍານັ້ນສອດຄ່ອງກັບຫຼັກການທີ່ດີທີ່ສຸດແລ້ວບໍ, ມີທາງເລືອກໃດແດ່ທີ່ໄດ້ຄົ້ນຄວ້າພິຈາລະນາ, ໄດ້ທາບທາມຄໍາເຫັນ ແລະ ປຶກສາຫາລືກັບພາກສ່ວນໃດແດ່ ແລະ ສປປ ລາວ ສາມາດຮັບເອົາຜົນຂອງການສ້າງ ຫຼື ປັບປຸງນິຕິກໍານັ້ນໄດ້ ຫຼື ບໍ່, ເມື່ອມີຂໍ້ມູນທີ່ດີຜູ້ມີອໍານາດການຕັດສີນໃຈສາມາດໃຊ້ຂໍ້ມູນດັ່ງກ່າວເປັນບ່ອນອີງໃນການຮັບຮອງເອົານິຕິກໍາທີ່ມີຄຸນນະພາບ ແລະ ສ້າງແວດລ້ອມນິຕິກໍາຂອງ ສປປ ລາວ ໃຫ້ມີຄຸນນະພາບ, ຫຼຸດຜ່ອນຂອດຂັ້ນທີ່ບໍ່ຈໍາເປັນອັນສ້າງຄວາມຫຍຸ້ງຍາກໃຫ້ພາກທຸລະກິດ, ຊຸມຊົນ ແລະ ລັດຖະບານ, ກະຕຸ້ນຊຸກຍູ້ການຂະຫຍາຍຕົວຂອງອຸດສາຫະກໍາ ແລະ ການແຂ່ງຂັນທາງດ້ານການຄ້າ ພ້ອມທັງສ້າງຄວາມໝັ້ນໃຈໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ກົດໝາຍວ່າດ້ວຍ ການສ້າງນິຕິກໍາ ມີທັງໝົດ 7 ພາກ, 92 ມາດຕາ.
ພາຍຫຼັງທີ່ໄດ້ຮັບຟັງການສະເໜີກ່ຽວກັບຈຸດປະສົງ, ຄວາມສຳຄັນ ຂອງການປັບປຸງກົດໝາຍວ່າດ້ວຍ ການສ້າງນິຕິກໍາມີຄວາມຖືກຕ້ອງສົມບູນ ຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ ເພື່ອເຮັດໃຫ້ເນື້ອໃນມີຄວາມຮັດກຸມ, ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້.

ຂຽນຂ່າວ-ຖ່າຍພາບ: ຂົນ ບຸນທິສານ