ກອງປະຊຸມປຶກສາຫາລືກ່ຽວກັບ (ຮ່າງ) ກົດໝາຍວ່າດ້ວຍ ຮູບເງົາ ຢູ່ທີ່ ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທໍາ

ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2019 ຢູ່ທີ່ ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບ (ຮ່າງ) ກົດໝາຍວ່າດ້ວຍ ຮູບເງົາຂຶ້ນ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ແລະ ຄະນະຮັບຜິດຊອບ (ຮ່າງ) ກົດໝາຍວ່າດ້ວຍ ຮູບເງົາ ຂອງສອງພາກສ່ວນເຂົ້າຮ່ວມທັງໝົດ 14 ທ່ານ, ຍິງ 4 ທ່ານ. 

ຈຸດປະສົງຂອງການປະຊຸມໃນຄັ້ງນີ້ ແມ່ນປຶກສາຫາລືກ່ຽວກັບການ (ຮ່າງ) ກົດໝາຍວ່າດ້ວຍ ຮູບເງົາ, ເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຮູບເງົາ ເພື່ອສັງຄົມ ແລະ ຮັບປະກັນວຽກງານຮູບເງົາໃຫ້ມີທັງປະລິມານ ແລະ ຄຸນນະພາບ ແນໃສ່ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າເຂົ້າໃນການຟື້ນຟູ, ພັດທະນາ, ເຜີຍແຜ່ຮູບເງົາທີ່ມີລັກສະນະຊາດ, ລັກສະນະກ້າວໜ້າ ແລະ ລັກສະນະມະຫາຊົນ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ; ສະກັດກັ້ນປະກົດການຫຍໍ້ທໍ້ທາງດ້ານວຽກງານຮູບເງົາ, ຮູບເງົາແມ່ນຜະລິດຕະພັນວັດທະນະທໍາ ດ້ານສິລະປະ ສັງລວມ ແລະ ເປັນສື່ບັນເທີງ ທີ່ໄດ້ສະແດງໃຫ້ເຫັນເປັນພາບເຄື່ອນໄຫວປະກອບສຽງ ທີ່ໄດ້ບັນທຶກໃສ່ພີມ ຫຼື ວັດຖຸບັນທຶກອື່ນ ເພື່ອເຜີຍແຜ່ຕໍ່ມວນຊົນໂດຍຜ່ານອຸປະກອນເຕັກນິກທີ່ທັນສະໄໝ.
ພາຍຫຼັງໄດ້ຮັບຟັງ ຈຸດປະສົງ, ຄວາມໝາຍຄວາມສໍາຄັນແລ້ວ ຜູ້ເຂົ້າຮ່ວມກອງປະຊຸມ ແລະ ຄະນະຮັບຜິດຊອບ (ຮ່າງ) ກົດໝາຍ ກໍໄດ້ຜັດປ່ຽນກັນປະກອບຄໍາຄິດຄຳເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ຮູບເງົາ ຢ່າງກົງໄປກົງມາໃຫ້ມີຄວາມຮັດກຸມ, ຊັດເຈນ ແລະ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ (ຮ່າງ) ກົດໝາຍວ່າດ້ວຍ ຮູບເງົາ ສະບັບນີ້ ມີຄວາມເປັນເອກະພາບ, ຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້, (ຮ່າງ) ກົດໝາຍວ່າດ້ວຍ ຮູບເງົາ ສະບັບນີ້ ປະກອບດ້ວຍ 12 ພາກ, 71 ມາດຕາ ແລະ ມີ 7 ໝວດ.

ຂຽນຂ່າວ-ຖ່າຍພາບ: ຂົນ ບຸນທິສານ