ກອງປະຊຸມປືກສາຫາລືກ່ຽວກັບການສ້າງກົດໝາຍວ່າດ້ວຍ ການຮ່ວມມືຊ່ວຍເຫຼືອທາງດ້ານອາຍາ

ໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2019 ຢູ່ທີ່ສະໂມສອນ ກະຊວງຍຸຕິທໍາ ກົມກົດໝາຍໄດ້ເປີດກອງປະຊຸມປືກສາຫາລືກ່ຽວກັບການສ້າງກົດໝາຍວ່າດ້ວຍ ການຮ່ວມມືຊ່ວຍເຫຼືອທາງດ້ານອາຍາຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າກົມ, ຮອງປະທານກໍາມະທິການກົດໝາຍສະພາແຫ່ງຊາດ, ຮອງປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງຂອງແຕ່ລະພາກສ່ວນເຂົ້າຮວມທັງໝົດຈໍານວນ17ທ່ານ, ຍິງ4ທ່ານ. 

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປືກສາຫາລືການສ້າງຮ່າງກົດໝາຍວ່າດ້ວຍ ການຮ່ວມມືຊ່ວຍເຫຼືອທາງດ້ານອາຍາ ຄວນຈະສ້າງຂຶ້ນ ຫຼື ບໍ ແລະ ຄວນຈະນໍາເຂົ້າພິຈາລະນາໃນກອງປະຊຸມສະພາແຫ່ງຊາດ ໃນໄລຍະໃດ ຂອງສະພາແຫ່ງຊາດຊຸດທີ Vlll (ປີ 2018-2019 ແມ່ນເຕັມແລ້ວ) ຖ້າເອົາເຂົ້າປີ 2020 ຕ້ອງນໍາສະເໜີເຫດຜົນ, ຄວາມຈໍາເປັນ ເພື່ອສະເໜີສະພາແຫ່ງຊາດພິຈາລະນາ ຫຼື ກົດໝາຍສະບັບດັ່ງກ່າວ ຄວນຈະສະເໜີຕໍ່ສະພາຊຸດຕໍ່ໄປ, ກົດໝາຍວ່າດ້ວຍ ການຮ່ວມມືຊ່ວຍເຫຼືອທາງດ້ານອາຍາ ຄວນຈະມອບໃຫ້ອົງການໃດເປັນເຈົ້າການຮັບຜິດຊອບ ໃນການສ້າງກົດໝາຍສະບັບດັ່ງກ່າວເພື່ອໃຫ້ເໝາະສົມ, ເນື່ອງຈາກວ່າບັນຫາດັ່ງກ່າວແມ່ນພົວພັນກັບຫຼາຍພາກສ່ວນ.
ຜ່ານການປືກສາຫາລືໃນກອງປະຊຸມໃນການສ້າງຮ່າງກົດໝາຍວ່າດ້ວຍ ການຮ່ວມມືທາງດ້ານອາຍາ ໂດຍອີງໃສ່ສະພາບຄວາມເປັນຈີງຂອງ ສປປ ລາວ ໃນປັດຈຸບັນ ເຫັນວ່າມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ສ້າງ ເນື່ອງຈາກວ່າ ໃນໄລຍະຜ່ານມາ ສປປ ລາວ ຍັງບໍ່ມີກົດໝາຍທີ່ກໍານົດກ່ຽວກັບກົນໄກພາຍໃນ ເພື່ອເປັນບ່ອນອີງໃຫ້ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການດໍາເນີນໃຫ້ການຊ່ວຍເຫຼືອປະເທດທີ່ຮ້ອງຂໍ, ເຫັນດີໃຫ້ຄົ້ນຄວ້າຮ່າງກົດໝາຍສະບັບນີ້, ນຳເອົາກົດໝາຍສະບັບນີ້ ສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ແລະ ມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນເຈົ້າການໃນການສ້າງກົດໝາຍສະບັບນີ້ ເນື່ອງຈາກວ່າກະຊວງປ້ອງກັນຄວາມສະຫງົບເປັນກະຊວງພົວພັນຕົ້ນຕໍກ່ຽວກັບການພົວພັນທາງອາຍາ ໂດຍສະເພາະການເກັບກໍາຂໍ້ມູນ, ການສືບສວນ-ສອບສວນ ແລະ ໃນໄລຍະລໍຖ້າສະພາແຫ່ງຊາດ ຮັບຮອງເອົາກົດໝາຍສະບັບດັ່ງກ່າວນີ້ ເຮົາຈະໄດ້ພ້ອມກັນຄົ້ນຄວ້າກໍານົດກົນໄກພາຍໃນ ອາດຈະອອກເປັນນິຕິກໍາລຸ່ມກົດໝາຍ.

ຂ່າວ-ພາບ: ຂົນ ບຸນທິສານ