ກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳປີ 2018

ວັນທີ 12 ມີນາ 2019 ຢູ່ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳປີ 2018 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ຜູ້ເຂົ້າຮ່ວມມີບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງ ຈຳນວນ 132 ສະຫາຍ, ຍິງ 47 ສະຫາຍ.

ໃນກອງປະຊຸມ ສະຫາຍ ບຸນທາ ຊົງເຢີທ່າວ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍໄດ້ຜ່ານຮ່າງບົດສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳປີ 2018 ປັດຈຸບັນອົງຄະນະພັກກະຊວງຍຸຕິທຳ ປະກອບມີ 13 ໜ່ວຍພັກ, ມີຄະນະບໍລິຫານງານພັກ 11 ສະຫາຍ, ຄະນະໜ່ວຍພັກ 37 ສະຫາຍ, ມີສະມາຊິກພັກທັງໝົດ 235 ສະຫາຍ, ຍິງ 69 ສະຫາຍ, ໃນນັ້ນມີສະມາຊິກພັກສຳຮອງ 20 ສະຫາຍ, ຍິງ 8 ສະຫາຍ ໃນໄລຍະໜຶ່ງປີຜ່ານມາ ພາຍໃຕ້ການຊີ້ນຳຂອງຄະນະບໍລິຫານງານພັກກະຊວງ, ວຽກງານກໍ່ສ້າງພັກ-ພະນັກງານຂອງກະຊວງຍຸຕິທຳ ໄດ້ຮັບການພັດທະນາທາງດ້ານປະລິມານ ແລະ ຄຸນນະພາບ, ລະບົບກົງຈັກການຈັດຕັ້ງແຕ່ລະຂັ້ນໄດ້ຮັບການປັບປຸງ ໃຫ້ມີຄວາມເຂັ້ມແຂງ, ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ສ່ວນຫຼວງຫຼາຍຍັງຮັກສາໄດ້ຄຸນທາດການເມືອງຢ່າງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ມີຄວາມສະຫງົບ, ມີຄວາມສາມັກຄີເປັນເອກະພາບສູງ ເປັນກຳລັງແຮງພື້ນຖານໃຫ້ແກ່ການສືບຕໍ່ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງ X ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງຍຸຕິທຳ. ນອກຈາກນີ້ວຽກງານກໍ່ສ້າງພັກ-ພະນັກງານ ມີຜົນສຳເລັດອັນພົ້ນເດັ່ນຄື: ການກໍ່ສ້າງພັກດ້ານການເມືອງ-ແນວຄິດ, ກໍ່ສ້າງພັກທາງດ້ານການຈັດຕັ້ງ, ກໍ່ສ້າງພັກທາງດ້ານແບບແຜນນຳພາ, ການສ້າງແຜນກຳນົດ ແລະ ການກໍ່ສ້າງພະນັກງານ ເປັນຕົ້ນ ວຽກງານນະໂຍບາຍ, ວຽກງານປັບປຸງກົງຈັກລັດ. ນອກນັ້ນ, ຄະນະບໍລິຫານງານພັກກະຊວງ ຍັງໄດ້ເອົາໃຈສຶກສາອົບຮົມການເມືອງ, ນຳພາຄວາມຄິດຂອງຖັນແຖວສະມາຊິກພັກ, ພະນັກງານຢ່າງເປັນລະບົບຕໍ່ເນື່ອງ ດ້ວຍການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງຂອງພັກ ເປັນຕົ້ນ ມະຕິ 5, 6 ສະໄໝທີ X ຢ່າງເລິກເຊິ່ງ, ຈັດຕັ້ງປາຖະກະຖາໃນໂອກາດວັນສຳຄັນຕ່າງໆຂອງພັກຂອງຊາດ, ຂອງອົງການຈັດຕັ້ງມະຫາຊົນ, ເຫດການປະຫວັດສາດ ສຳຄັນຂອງການປະຕິວັດ ເຊັ່ນ: ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນການປະຕິວັດຄົບຮອບ 50 ປີ ແລະ ວັນສຳຄັນອື່ນໆ. ພ້ອມກັນນັ້ນ, ຍັງໄດ້ສົມທົບກັບຄະນະພັກທ້ອງຖິ່ນໃນການສ້າງແຜນກຳນົດພະນັກງານຂອງພະແນກຍຸຕິທຳແຂວງ, ນະຄອນຫຼວງ ຈຳນວນ 15 ແຂວງ ໃນການຊີ້ນຳຄົ້ນຄວ້າ, ຫັນມະຕິກົມການເມືອງສູນກາງພັກ ເປັນມະຕິຄະນະບໍລິຫານງານພັກກະຊວງວ່າດ້ວຍ ມາດຕະຖານພະນັກງານນຳພາ-ຄຸ້ມຄອງຂະແໜງການຍຸຕິທຳ.

ໃນຕອນທ້າຍ ສະຫາຍ ໄຊສີ ສັນຕິວົງ ກໍໄດ້ມີຄຳເຫັນ ແລະ ຄຳໂອ້ລົມຕໍ່ກອງປະຊຸມ ດັ່ງນີ້:
1. ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ກອງປະຊຸມວຽກງານການຈັດຕັ້ງທົ່ວປະເທດຄັ້ງທີ X, ບັນດາມະຕິກົມການເມືອງ ແລະ ເອກະສານສຳຄັນອື່ນໆ;
2. ສືບຕໍ່ປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນຳພາ;
3. ສືບຕໍ່ປັບປຸງວຽກງານພະນັກງານ ໃຫ້ມີຄຸນນະພາບສູງ, ເອົາໃຈໃສ່ປາກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ;
4. ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງຂະແໜງການຍຸຕິທຳ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຂຶ້ນເປັນກ້າວໆ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ