ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ( ສະບັບປັບປຸງ)

ໃນວັນທີ 26 ພະຈິກ 2019 ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ) ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.

ໃນກອງປະຊຸມ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຂຶ້ນສະເໜີກ່ຽວກັບການປັບປຸງຮ່າງ ກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ, ການກະກຽມ ທາງດ້ານໂຄງປະກອບຂອງຮ່າງກົດໝາຍ ສະບັບປັບປຸງ ໂດຍໄດ້ປ່ຽນຊື່ຈາກກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ ມາເປັນກົດໝາຍ ວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ທາງດ້ານໂຄງປະກອບ ແມ່ນໄດ້ເພີ່ມຈາກ 9 ໝວດ 56 ມາດຕາ ມາເປັນ 12 ພາກ, 2 ໝວດ, 104 ມາດຕາ, ໃນນີ້ ໄດ້ປັບປຸງ 34 ມາດຕາ, ສ້າງໃໝ່ 69 ມາດຕາ ແລະ ອີກ 1 ມາດຕາ ຮັກສາໄວ້ຄືເກົ່າ ຮ່າງກົດໝາຍ ວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ) ຊຶ່ງຢູ່ໃນຄວາມຮັບຜິດຊອບຂອງກະຊວງຍຸຕິທຳ. ສຳລັບການຄາດຄະເນຜົນໄດ້ຮັບຈາກການປັບປຸງກົດໝາຍສະບັບນີ້ ແມ່ນຈະເປັນບ່ອນອີງທີ່ໜັກແໜ້ນໃນການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດກ່ຽວກັບການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ, ພ້ອມທັງເປັນເຄື່ອງມືອັນສຳຄັນ ທີ່ນຳໃຊ້ເຂົ້າໃນການຊ່ວຍເຫຼືອ ວິສາຫະກິດທີ່ຢູໃນສະພາວະລົ້ມລະລາຍ ຫຼື ໃກ້ຈະຢູ່ໃນສະພາວະລົ້ມລະລາຍ ໃຫ້ສາມາດຟື້ນຕົວ ແລະ ກັບມາດຳເນີນທຸລະກິດໄດ້ຕາມປົກກະຕິ, ສ້າງຄວາມໝັ້ນຄົງໃຫ້ແກ່ລະບອບເສດຖະກິດ ແລະ ອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ ພ້ອມທັງເປັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງເຈົ້າໜີ້, ລູກໜີ້ ແລະ ບຸກຄົນທີ່ກ່ຽວຂ້ອງ ໃນການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ.

ຈາກນັ້ນ ທ່ານປະທານກອງປະຊຸມ ກໍໄດ້ມີຄຳຖາມເຈາະຈີ້ມ ເພື່ອໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດປະກອບຄຳເຫັນຢ່າງມີຈຸດສຸມ ໂດຍສະເພາະ ແມ່ນໃຫ້ລົງເລິກບັນດາພາກ ແລະ ມາດຕາຈຳນວນໜຶ່ງ ຫຼັງຈາກນັ້ນບັນດາທ່ານສະມາຊິກສະພາແຫ່ງຊາດກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງດັ່ງກ່າວ ໂດຍລົງເລິກໃສ່ມາດຕາຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມ ແລະ ມາດຕາທີ່ເຫັນວ່າຍັງບໍ່ທັນຈະແຈ້ງຊັດເຈນ.
ພາຍຫຼັງທີ່ສະມາຊິກສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ ສະບັບປັບປຸງດັ່ງກ່າວແລ້ວ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ຫົວໜ້າຄະນະຮັບຜິດຊອບຮ່າງກົດໝາຍ ວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ) ກໍໄດ້ຊີ້ແຈງ ແລະ ຕອບຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ

ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ກໍໄດ້ສັງລວມໂດຍຫຍໍ້ກ່ຽວກັບຄຳເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ສະເໜີໃຫ້ສະມາຊິກສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ) ຊຶ່ງໄດ້ຮັບການຮັບຮອງດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

ຂຽນຂ່າວ: ອ່ອນຄຳ ຖ່າຍພາບ: ສົມຫວັງ.