ກະຊວງຍຸຕິທຳ ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ

ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ປີ 2019 ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ສະນັ້ນ, ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2019 ຜ່ານມານີ້ ກະຊວງຍຸຕິທຳ ໄດ້ຈັດພິທີປູກຕົ້ນໄມ້ຂຶ້ນ ທີ່ບໍລິເວນຕຶກກະຊວງຍຸຕິທຳຫຼັງໃໝ່ ໂດຍການເຂົ້າຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານຮອງລັດຖະມົນຕີ, ບັນດາຄະນະພັກ-ຄະນະນຳ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. 

ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ປະກອບມີ ຕົ້ນໄມ້ໃຫ້ໝາກ ແລະ ຕົ້ນໄມ້ອຸດສາຫະກຳ ນອກຈາກນັ້ນ, ຍັງເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດຄາດໝາຍດ້ານສິ່ງແວດລ້ອມ ແລະ ຍຸດທະສາດປ່າໄມ້ແຕ່ນີ້ ຮອດປີ 2020 ເພື່ອປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ການນຳໃຊ້ປ່າໄມ້ຢ່າງມີປະສິດທິພາບຕາມທິດສີຂຽວ ແລະ ຍືນຍົງ ໂດຍປະຕິບັດຕາມຄຳຂວັນທີ່ວ່າ ຊ່ວຍກັນປູກ ຊ່ວຍກັນຮັກສາ ແລະ ຟື້ນຟູປ່າໄມ້ ໃຫ້ອຸດົມສົມບູນໃນວັນນີ້ ຊີວິດຈະສົດໃສດີໃນວັນໜ້າ . ແລະ ຍັງເປັນການປະຕິບັດນະໂຍບາຍ 6 ສໍ ໂດຍສະເພາະ ສໍ ສີຂຽວ ຂອງນະຄອນຫຼວງວຽງຈັນ ວາງອອກໃຫ້ປາກົດຜົນເປັນຈິງເທື່ອລະກ້າວ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ