ກະຊວງຍຸຕິທຳ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

ກະຊວງຍຸຕິທຳ ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຂຶ້ນ ໃນວັນທີ 24 ທັນວາ 2019 ທີ່ຫ້ອງປະຊຸມໃຫຍ່ກະຊວງຍຸຕິທຳ; ພາຍໃຕ້ການເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງຍຸຕິທຳ; ມີບັນດາເລຂາໜ່ວຍພັກຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ ພ້ອມດ້ວຍພະນັກງານສະມາຊິກພັກທົ່ວກະຊວງຍຸຕິທຳເຂົ້າຮ່ວມ.
ຈຸດປະສົງ ເພື່ອເຮັດໃຫ້ຄະນະພັກແຕ່ລະຂັ້ນ ລວມທັງພະນັກງານຫຼັກແຫຼ່ງ ແລະ ສະມາຊິກພັກ ໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນ, ເຊື່ອມຊຶມ ແລະ ເປັນເອກະພາບສູງຕໍ່ບັນດາເນື້ອໃນສຳຄັນ ຂອງມະຕິກອງປະຊຸມຄົບຄະນະ ຄັ້ງທີ 9 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ ແລະ ຫັນເອົາມະຕິດັ່ງກ່າວເປັນທິດທາງເຂົ້າໃນວຽກງານ ແລະ ເປັນແບບແຜນປະຕິບັດອັນລະອຽດຂອງຄະນະພັກແຕ່ລະຂັ້ນ ແນໃສ່ຍົກສູງຄວາມເປັນເຈົ້າການ ແລະ ຄວາມສາມາດໃນການນຳພາຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ.

ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຊຶ່ງສະຫາຍ ໄຊສີ ສັນຕິວົງ ປະທານກອງປະຊຸມ ໄດ້ຍົກໃຫ້ເຫັນບັນຫາສຳຄັນຈຳນວນໜຶ່ງ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2019 ແລະ ທິດທາງແຜນການ ປະຈຳປີ 2020; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ; ວຽກງານແນວໂຮມ ແລະ ມະຫາຊົນຂອງພັກ; ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ; ການປະກອບຄຳເຫັນໃສ່ບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ຜົນຂອງການດຳເນີນຊີວິດການເມືອງ, ສຳຫຼວດການນຳພາລວມໝູ່ ແລະ ຄວາມຮັບຜິດຊອບຂອງກຳມະການສູນກາງແຕ່ລະສະຫາຍ ແລະ ມອບຄວາມຮັບຜິດຊອບໃຫ້ກຳມະການສູນກາງພັກແຕ່ລະສະຫາຍ ຕໍ່ບາງໜ້າທີ່ຈຸດສຸມຂອງພັກ. ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 064/ກມສພ, ລົງວັນທີ 9/4/2019 ວ່າດ້ວຍວຽກງານຂະຫຍາຍພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 201/ຄຈສພ, ລົງວັນທີ 29/10/2019 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານຂະຫຍາຍພັກ ຕື່ມອີກ.
ໃນຕອນທ້າຍກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນທີ່ຂຶ້ນກັບກະຊວງຍຸຕິທຳ ຈົ່ງສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 064/ກມສພ, ລົງວັນທີ 9/4/2019 ວ່າດ້ວຍວຽກງານຂະຫຍາຍພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 201/ຄຈສພ, ລົງວັນທີ 29/10/2019 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານຂະຫຍາຍພັກ ເພື່ອເຮັດໃຫ້ການຂະຫຍາຍພັກ ມີຄຸນນະພາບ ແລະ ຖືເອົາຄຸນນະພາບເປັນກົກ.

ຂຽນຂ່າວ-ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ