ກະຊວງຍຸຕິທໍາ ຈັດພິທີປະກາດການຈັດຕັ້ງທ່ານຮອງລັດຖະມົນຕີຜູ້ໃໝ່

     ພິທີປະກາດການຈັດຕັ້ງທ່ານຮອງລັດຖະມົນຕີກະຊວງຍຸຕິທໍາຄົນໃໝ່ ໄດ້ຈັດຂຶ້ນໃນວັນທີ 23 ກັນຍາ 2016 ຜ່ານມານີ້ ທີ່ກະຊວງຍຸຕິທໍາ ໂດຍ ເປັນກຽດເຂົ້າຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທໍາ; ມີບັນດາທ່ານຮອງລັດຖະມົນຕີ, ທ່ານຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ຫົວໜ້າສະຖາບັນ, ຫົວໜ້າສູນ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີ ທ່ານ ທອງວັນ ທໍາມະວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 277/ນຍ, ລົງວັນທີ 16 ສິງຫາ 2016 ວ່າດ້ວຍການແຕ່ງຕັ້ງ ທ່ານ ໄພວີ ສີບົວລິພາ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເປັນຮອງລັດຖະມົນຕີກະຊວງຍຸຕິທໍາ, ທັງນີ້ຍ້ອນຄວາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຢູ່ກະຊວງຍຸຕິທໍາ ເພື່ອຮັບປະກັນໃນການເຄື່ອນໄຫວປະຕິບັດຕາມພາລະບົດບາດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້ ໂດຍສະເພາະແມ່ນການປັບປຸງກໍ່ສ້າງຂະແໜງຍຸຕິທໍາ ແຕ່ສູນກາງຮອດທ້ອງຖິ່ນ.

       ຈາກນັ້ນ, ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ໃຫ້ຄຳໂອ້ລົມ ແລະ ເນັ້ນໜັກໃຫ້ ທ່ານ ຮອງລັດຖະມົນຕີ ຄົນໃໝ່ ເອົາໃສ່ໃຈວຽກງານການເມືອງ-ແນວຄິດ, ຄົ້ນຄ້ວາທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ ເປັນຕົ້ນ ແມ່ນເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງຍຸຕິທໍາ ກໍຄືແຜນງານໂຄງການຂອງກະຊວງຍຸຕິທໍາ ເພື່ອຫັນໃຫ້ເປັນໂຄງການວຽກງານອັນລະອຽດໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຕັ້ງໜ້າຄົ້ນຄ້ວາ ແລະ ຈັດຕັ້ງປະຕິບັດທິດຊີ້ນໍາຍຸດທະສາດຂອງພັກ ໃນການປັບປຸງກໍ່ສ້າງຂະແໜງຍຸຕິທໍາ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ຜູ້ໃໝ່

ຂ່າວ: ໄຊຍະສິດ      ພາບ: ວຽງໄຊ