ຄະນະ​ນຳ​ກະຊວງ​ຍຸຕິ​ທຳ ລົງ​ຊຸກຍູ້​ວຽກງານ​ຍຸຕິ​ທຳ ຢູ່​ເມືອງ​ຫາດ​ຊາຍ​ຟອງ

     ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 4 ພຶດສະພາ 2018 ທີ່​ຜ່ານ​ມາ ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ  ​ໄດ້​ລົງ​ໄປ​ພົບ​ປະການ​ນຳ​ເມືອງຫາດ​ຊາຍຟອງ ​ໂດຍ​ການ​ຕ້ອນຮັບ​ຂອງ ​ທ່ານ ​ແກ່ນ ວໍລະ​ສານ ​ເລຂາ​ພັກ​ເມືອງ, ຮັກສາ​ການ​ເຈົ້າ​ເມືອງຫາດ​ຊາຍ​ຟອງ, ​ເຂົ້າ​ຮ່ວມມີ​ທ່ານ ບຸນ​ເພັງ​ ສີ​ນະ​ວົງ​ພອນ ຫົວໜ້າພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກ​ບັນດາ​ກົມ​ຂຶ້ນ​ກັບ​ກະຊວງ​ຍຸຕິ​ທຳ, ປະທານ​ແນວ​ລາວ​ສ້າງ​ຊາດ​ເມືອງ, ຫົວໜ້າຫ້ອງ​ວ່າການ​ປົກຄອງ​ເມືອງພ້ອມດ້ວຍຫົວໜ້າ ຫ້ອງການ​ຍຸຕິ​ທຳ​​ເມືອງ​ເຂົ້າ​ຮ່ວມ.

     ​ໃນ​ການ​ລົງ​ເຮັດ​ວຽກ ​ແລະ ພົບ​ປະການ​ນຳ​ເມືອງ ​ໃນ​ຄັ້ງ​ນີ້ ທ່ານ​ຮອງ​ລັດຖະມົນຕີ ກໍ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ເມືອງ, ການ​ເຄື່ອນ​ໄຫວ​ວຽກງານ​ຍຸຕິ​ທຳ ​ໂດຍ​ສະ​ເພາະ ​ແມ່ນ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານພາຍ​ໃນ​ເມືອງ ພ້ອມ​ທັງ​ຍົກ​ໃຫ້​ເຫັນ ດ້ານ​ດີ, ດ້ານອ່ອນ ​ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ​ໃນ​ວຽກງານ​ດັ່ງກ່າວ  ຫຼັງຈາກ​ນັ້ນ ທ່ານ​ຮອງ​ລັດຖະມົນຕີ​ກໍ​ໄດ້​ມີ​ຄຳ​ເຫັນ ກ່ອນ​ອື່ນ​ທ່ານກໍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຂອບ​ໃຈ ຕໍ່​ການ​ຕ້ອນຮັບອັນ​ອົບ​ອຸ່ນ ​ໃນ​ການ​ລົງ​ເຮັດ​ວຽກ​ໃນ​ຄັ້ງ​ນີ້.

     ຈຸດປະສົງ​ຂອງ​ການ​ລົງ​ເຄື່ອນ​ໄຫວ​ວຽກງານ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ກະຕຸກ​ຊຸກຍູ້ ການ​ເຄື່ອນ​ໄຫວ​ວຽກງານຍຸຕິ​ທຳ​ຢູ່​ເມືອງ​ດັ່ງກ່າວ ​ໃຫ້​ດຳ​ເນີນ​ໄປ​ຢ່າງ​ປົກກະຕິ​ຕໍ່​ເນື່ອງສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້ ​ແລະ ມີ​ຜົນ​ສຳ​ເລັດອັນ​ຍິ່ງ​ໃຫຍ່​ກວ່າ​ເກົ່າ, ​ໃນ​ວັນ​ດຽວກັນ​ທ່ານ​ທ່ານ​ຮອງ​ລັດຖະມົນຕີ ກໍ​ໄດ້​ລົງ​ພົບ​ປະ​ພະນັກງານ-ລັດຖະກອນ​ຂອງ​ຫ້ອງການ​ຍຸຕິ​ທຳ​ເມືອງ​ຫາດ​ຊາຍ​ຟອງ ​ໂດຍ​ທ່ານ​ໄດ້​ເນັ້ນໜັກ​ໃຫ້​ພະນັກງານ-ລັດຖະກອນ ພ້ອມ​ກັນສືບ​ຕໍ່​​ເພີ່ມ​ທະວີ​ຄວາມ​ເອົາ​ໃຈ​ໃສ່ ​ໃນ​ການ​ປະຕິບັດໜ້າທີ່ ທີ່​ໄດ້​ຮັບ​ມອບໝາຍ​ໃຫ້​ປະສົບ​ຜົນສຳ​ເລັດ ​ແລະ ມີ​ປະສິດທິພາບ​ສູງ.

ຂຽນ​ໂດຍ: ທ່ານ ບຸນ​ລ້ອມ ດວງ​ມາລາ ຮອງ​ຫົວໜ້າກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ