ທ່ານລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຫົວໜ້າຄະນະຜູ້ແທນຈາກມະຫາວິທະຍາໄລລຸກຊໍາບວກ

ໃນຕອນບ່າຍຂອງວັນທີ 24 ພຶດສະພາ 2019 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ສາດສະດາຈານ Stefan Braum, ຫົວໜ້າຄະນະຜູ້ແທນຈາກມະຫາວິທະຍາໄລລຸກຊໍາບວກ ພ້ອມດ້ວຍຄະນະ. 

ໃນໂອກາດນີ້, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ໃນໂອກາດທີ່ ທ່ານ ສາດສະດາຈານ Stefan Braum ພ້ອມດ້ວຍຄະນະຈາກມະຫາວິທະຍາໄລລຸກຊໍາບວກທີ່ໄດ້ເດີນທາງມາພົບປະຢ້ຽມຢາມໃນຄັ້ງນີ້ ແລະ ທ່ານ ຍັງໄດ້ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານລຸກຊໍາບວກ ທີ່ໃຫ້ການສະໜັບສະໜູນກະຊວງຍຸຕິທໍາ ໂດຍຜ່ານໂຄງການສະໜັບສະໜູນການຝຶກອົບຮົມ ແລະ ການສິດສອນກົດໝາຍ ເພື່ອສ້າງຄວາມເຂັ້ມແຂງ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (LAO/031), ຊຶ່ງເປັນຂີດໝາຍສໍາຄັນໃນການຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານກົດໝາຍໃຫ້ແກ່ພະນັກງານຂອງບັນດາກົມ, ຄູ-ອາຈານຂອງສະຖາບັນຍຸຕິທໍາແຫ່ງຊາດກະຊວງຍຸຕິທໍາ ແລະ ຫວັງຢ່າງຍິ່ງວ່າຈະມີການຮ່ວມມືທາງດ້ານເຕັກນິກວິຊາການ ແລະ ແລກປ່ຽນບົດຮຽນລະຫວ່າງ ກະຊວງຍຸຕິທໍາ ແລະ ມະຫາວິທະຍາໄລລຸກຊໍາບວກ ໃນຕໍ່ໜ້າ.
ໃນໂອກາດດຽວກັນ ທ່ານ Stefan Braum ກໍໄດ້ສະແດງຄວາມຂອບໃຈ ຕໍ່ກັບການຕ້ອນຮັບອັນອົບອຸ່ນ ຂອງທ່ານ ລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍຄະນະ ໃນຄັ້ງນີ້.

ຂຽນຂ່າວ-ຖ່າຍພາບ: ຂົນ ບຸນທິສານ