ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າພົບຂອງ ທ່ານ ແສງດາວ ແກ້ວຂາວມະນີ

ໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2019 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ຕ້ອນຮັບການເຂົ້າພົບຂອງ ທ່ານ ແສງດາວ ແກ້ວຂາວມະນີ ຄະນະພັກ ຮອງປະທານກວດກາສູນກາງຊາວໜຸ່ມ, ຫົວໜ້າກົມກວດກາ ສູນກາງຊາວໜຸ່ມ ພ້ອມດ້ວຍຄະນະ. ໃນໂອກາດໄດ້ມາເຮັດວຽກຮວ່ມກັນ ລະຫວ່າງຄະນະກວດກາ ສູນກາງຊາວໜຸ່ມ ແລະ ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທໍາ. 

ໃນໂອກາດນີ້, ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ ທ່ານ ແສງດາວ ແກ້ວຂາວມະນີ ພ້ອມດ້ວຍຄະນະທີ່ໄດ້ ເຂົ້າພົບໃນໂອກາດໄດ້ມາເຮັດວຽກຮວ່ມກັນລະຫວ່າງຄະນະກວດກາສູນກາງຊາວໜຸ່ມ ແລະ ຄະ ນະບໍລິຫານງານຊາວໜຸ່ມກະຊວງຍຸຕິທໍາ ໃນຄັ້ງນີ້.
ຈຸດປະສົງຂອງການເຂົ້າພົບໃນຄັ້ງນີ້ ແມ່ນເພື່ອຂໍທິດຊີ້ນໍາໃນການເຮັດວຽກຮ່ວມກັນກ່ຽວກັບວຽກງານຊາວໜຸ່ມ. ຫຼັງຈາກນັ້ນ ທ່ານ ແສງດາວ ແກ້ວຂາວມະນີ ຄະນະພັກ ຮອງປະທານກວດ ກາສູນກາງຊາວໜຸ່ມ, ຫົວໜ້າກົມກວດກາ ສູນກາງຊາວໜຸ່ມ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ຂຽນຂ່າວ-ພາບ: ຂົນ ບຸນທິສານ