ທ່ານ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ເດີນທາງໄປເຄື່ຶອນໄຫວວຽກງານ ຢູ່ປະເທດ ສາທາລະນະລັດ ອິນໂດເນເຊຍ

ໃນລະຫວ່າງວັນທີ 4-5 ພະຈິກ 2019 ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ຶອນໄຫວວຽກງານທາງລັດຖະການຢູ່ປະເທດ ສາທາລະນະລັດ ອິນໂດເນເຊຍ ນຳພາໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ.
ຈຸດປະສົງຂອງການເດີນທາງໄປເຄື່ອນໄຫວວຽກງານໃນຄັ້ງນີ້ ກໍເພື່ອເຂົ້າຮ່ວມພິທີເປີດການຮ່ວມມືໃນການເສີມສ້າງ ແລະ ການຝຶກອົບຮົມສ້າງຂີດຄວາມອາດສາມາດ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ, ພ້ອມທັງຮ່ວມພິທີເຊັນບົດບັນທຶກການຊ່ວຍຈຳ ລະຫວ່າງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ລັດຖະມົນຕີກົດໝາຍ ແລະ ສິດທິມະນຸດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ຊຶ່ງເນື້ອໃນຂອງບົດບັນທຶກຮ່ວມມືລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ປະກອບມີ ການຮ່ວມມືໃນຂົງເຂດກົດໝາຍ,ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນການແກ້ໄຂບັນຫາຄະດີອາຍາ, ການສົ່ງຕົວຜູ້ຮ້າຍຂ້າມແດນ ແລະ ການສ້າງຂີດຄວາມອາດສາມາດ. ການລົງນາມໃນບົດບັນທຶກໃນຄັ້ງນີ້ຖືເປັນການເພີ່ມທະວີການຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງກົດໝາຍ ແລະ ສິດທິມະນຸດ ຂອງອິນໂດເນເຊຍ ໃນການຮ່ວມມືວຽກງານໃນແຕ່ລະດ້ານໃນຕໍ່ໜ້າ.

ເພື່ອເປັນການເສີມຂະຫຍາຍສາຍພົວພັນຮັດແໜ້ນການຮ່ວມມືກັນໃນລະດັບພາກພື້ນພາຍໃຕ້ເສົາຄ້ຳການເມືອງ-ຄວາມໝັ້ນຄົງຂອງປະຊາຄົມອາຊຽນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ໂດຍສະ ເພາະທາງດ້ານກົດໝາຍ ລະຫວ່າງສອງປະເທດ, ສ້າງຄວາມເຂົ້າໃຈຊຶ່ງກັນ ແລະ ກັນ, ສ້າງກົນໄກທາງດ້ານກົດໝາຍທີ່ມີປະສິດທິພາບ ແລະ ແທດເໝາະກັບສະພາບຈຸດພິເສດຂອງສອງປະເທດຍິ່ງຂຶ້ນບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.

ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ສຸກສາຄອນ ຈັນທະວຸດ