ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈີລີມີ ດູກຣາດ ຜູ້ຕາງໜ້າຈາກອົງການ UNODC

     ໃນຕອນເຊົ້າຂອງວັນທີ 31 ສິງຫາ 2016 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈີລີມີ ດູກຣາດ ຜູ້ຕ່າງໜ້າຈາກອົງການ UNODC ລະດັບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວຢ່າງເປັນທາງການ, ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມື ລະຫວ່າງອົງການ UNODC ກັບກະຊວງຍຸຕິທຳ ໂດຍສະເພາະການຮ່ວມມືກ່ຽວກັບການບຳບັດຜູ້ຕິດຢາເສບຕິດ, ຜູ້ປ່ວຍຕິດເຊື້ອ HIV, ວຽກງານຕ້ານການຂູດຮີດແຮງງານເດັກ ແລະ ຂະບວນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຍຸຕິທຳທາງອາຍາ ແລະ ໂຄງການ X26 ເພື່ອຕ້ານການຄ້າມະນຸດ ໃນສປປ ລາວ.

     ພ້ອມດຽວກັນນັ້ນ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍຄະນະ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈີລີມີ ດູກຣາດ ພ້ອມດ້ວຍຄະນະ ຊຶ່ງເປັນການປະກອບສ່ວນທີ່ສຳ ຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ກັບອົງການ UNODC ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ. ພ້ອມກັນນັ້ນ, ທັງສອງຝ່າຍ ກໍໄດ້ລາຍງານສະພາບ ຈຸດພິເສດ ແລະ ການເຄື່ອນໄຫວວຽກງານໃນຂະແໜງຍຸຕິທຳໃຫ້ກັນ ແລະ ກັນຮັບຊາບ ໂດຍສະເພາະ ແມ່ນຈະເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ກັບອົງການ UNODC ເພື່ອການພັດທະນາລັດປົກຄອງດ້ວຍໝາຍ ກໍຄືຂະແໜ່ງຍຸຕິທຳ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

   ທ່ານ ເຈີລີມີ ດູກຣາດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ໃນການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ແລະ ການປະຕິ ບັດໜ້າທີ່ໃນການຮ່ວມມືກັນພັດທະນາລັດປົກຄອງກົດໝາຍຂອງ ສປປ ລາວ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ.

            ຂ່າວໂດຍ: ນ. ສີທົນ ສີສະຫວາດ; ພາບໂດຍ: ຄຳພອນ, ວຽງໄຊ