ຜົນສຳເລັດ ກອງປະຊຸມວຽກງານຮ່ວມມືສາກົນ ຂອງກະຊວງຍຸຕິທຳ ທົ່ວປະເທດ ຄັ້ງທີ II

ກອງປະຊຸມວຽກງານຮ່ວມມືສາກົນ ຂອງກະຊວງຍຸຕິທຳ ທົ່ວປະເທດ ຄັ້ງທີ II ໄດ້ຈັດຂຶ້ນໃນລະຫວ່າງວັນທີ 30-31 ກໍລະກົດ 2019 ທີ ເມືອງແກ້ວອຸດົມ, ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ໄຊສີ ສັນຕິວົງ, ລັດຖະມົນກະຊວງຍຸຕິທຳ; ມີທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ບັນດາຫົວໜ້າກົມອ້ອມຂ້າງກະຊວງ, ສກສ, ສະພາທະນາຍຄວາມ, ສະຖາບັນຍຸຕິທຳທັງສາມພາກ, ພະແນກຍຸຕິທຳທົ່ວປະເທດ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ບັນດາອົງການຊ່ວຍເຫຼືອຈາກຕ່າງປະເທດ CEGGA, LAO/031, JICA, ILSTA, MCC, TAF, AFD ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມທັັງໝົດ 118 ທ່ານ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອ ສະຫຼຸບຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານການຮ່ວມມືຂະແໜງຍຸຕິທຳ ກັບອົງການຈັດຕັ້ງສາກົນ ທີ່ເປັນຄູ່ຮ່ວມພັດທະນາ ຊຶ່ງຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການລາຍງານ ແລະ ປະກອບຄຳເຫັນໃສ່ ການຈັດຕັ້ງປະຕິບັດວຽກງານໃນໄລຍະໜຶ່ງປີຜ່ານມາ, ງົບປະມານການຊ່ວຍເຫຼືອ, ຂໍ້ສະດວກ, ຂໍຫຍຸ້ງຍາກ, ສິ່ງທ້າທາຍ ແລະ ວິທີການແກ້ໄຂ ພ້ອມດ້ວຍທິດທາງ ແລະ ວຽກງານຈຸດສຸມໃນຕໍ່ໜ້າ ຈາກຄູ່ຮ່ວມພັດທະນາ ແລະ ຕາງໜ້າບັນດາກົມ, ພະແນກການທີ່ກ່ຽວຂ້ອງ ຊຶ່ງໄດ້ຍົກໃຫ້ເຫັນ ກົນໄກ ຂອດປະສານງານ ລະຫວ່າງ ກະຊວງຍຸຕິທໍາ, ຄູ່ຮ່ວມພັດທະນາ ແລະ ກົມກ່ຽວຂ້ອງທີ່ຈັດຕັ້ງປະຕິບັດໂຄງການ ໃຫ້ເປັນລະບົບ ແລະ ຄວນມີນິຕິກຳມອບໝາຍ ແລະ ແບ່ງໜ້າທີ່ຂອບເຂດ ຄວາມຮັບຜິດຊອບຢ່າງຊັດເຈນ; ຄວາມຕ້ອງການຊ່ວຍເຫຼືອທາງດ້ານກົດໝາຍຢູ່ທ້ອງຖິ່ນຍັງມີສູງ ແຕ່ການຊ່ວຍເຫຼືອຂອງໂຄງການຍັງຈຳກັດ ຫຼື ເຮັດໄດ້ສະເພາະໃນບາງທ້ອງຖິ່ນ; ການເຮັດວຽກຂັ້ນຕອນການຂື້ນແຜນແມ່ນມີຫຼາຍຂັ້ນຕອນ, ເຮັດຊັກຊ້າບໍ່ທັນເວລາຕໍ່ການຈັດຕັ້ງປະຕິບັດ ການເຮັດຮ່ວມກັນກັບຜູ້ໃຫ້ທຶນຍັງບໍ່ທັນເປັນຮູບປະທຳເທົ່າທີ່ຄວນໃນບາງໜ້າວຽກ; ການຊ່ວຍເຫຼືອຍັງບໍ່ສາມາດລົງສູ່ທ້ອງຖິ່ນຕາມລະດັບຄາດໝາຍ ສ່ວນຫຼາຍແມ່ນຖືກນຳໃຊ້ບໍລິຫານພາຍໃນສູນກາງ ຈັດປະຊຸມສຳມະນາຕ່າງໆ; ສະເໜີການຊ່ວຍເຫຼືອ ທາງດ້ານວິຊາການ ແລະ ອຸປະກອນເຄື່ອງຮັບໃຊ້ໃນວຽກງານເຜີຍແຜ່ກົດໝາຍ ແລະ ວຽກງານຍຸຕິທຳຮາກຖານ; ສະເໜີໃຫ້ຄູ່ຮ່ວມພັດທະນາສືບຕໍ່ໃຫ້ການຊ່ວຍເຫຼືອໃນການສ້າງກົດໝາຍຕ່າງໆທີ່ກະຊວງຍຸຕິທຳເປັນເຈົ້າການ.
ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ, ຜູ້ຊີ້ນຳວຽກງານຮ່ວມມືສາກົນ ໄດ້ມີຄຳເຫັນໃຫ້ທິດຊີ້ນຳຕໍ່ກອງປະຊຸມດັ່ງກ່າວວ່າ ໃຫ້ຄູ່ຮ່ວມພັດທະນາສືບຕໍ່ໃຫ້ການສະໜັບສະໜູນຮອບດ້ານ ນອກຈາກວຽກງານທີ່ໄດ້ໃຫ້ການຊ່ວຍເຫຼືອໃນໄລຍະຜ່ານມາແລ້ວ ໃຫ້ສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານຂະແໜງຍຸຕິທຳ ໂດຍສະເພາະວຽກງານຍຸຕິທຳຮາກຖານ, ການຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງໃຫ້ຮູ້ ແລະ ເຂົ້າເຖິງກົດໝາຍໃຫ້ຫຼາຍຂຶ້ນ, ສ້າງບ້ານ ແລະ ຄອບຄົວແບບຢ່າງໃນການປະຕິບັດກົດໝາຍ ແລະ ຂະບວນການຍຸຕິທຳເດັກ; ເພີ່ມທະວີຄວາມເອົາໃຈໃສ່ຂອດການປະສານສົມທົບ ລະຫວ່າງ ກະຊວງ ກັບບັນດາແຂວງ ແລະ ຄູ່ຮ່ວມພັດທະນາ ໃຫ້ມີຄວາມເປັນເອກະພາບກັນ ແລະ ມີການປະສານງານກັນຢ່າງລະອຽດ.
ໃນຕອນທ້າຍ ທ່ານປະທານກອງປະຊຸມ ຍັງໄດ້ເນັ້ນໜັກ ໃຫ້ບັນດາກົມ ກໍຄືພະແນກຍຸຕິທຳ ຈົ່ງສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບການສະໜັບສະໜູນຈາກບັນດາຄູ່ຮ່ວມພັດທະນາ ໃຫ້ມີປະສິດທິຜົນ ແລະ ມີຄຸນນະພາບຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ວຽກງານຂະແໜງຍຸຕິທຳ ມີການຫັນປ່ຽນທີ່ຕັ້ງໜ້າ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດ ແນໃສ່ການຄຸ້ມຄອງລັດດ້ວຍກົດໝາຍໃຫ້ປາກົດຜົນເປັນຈິງ.

ຂຽນຂ່າວ-ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ