ຝຶກອົບຮົມທັກສະການປະເມີນຜົນກະທົບຂອງ (ຮ່າງ) ກົດໝາຍ ໃຫ້ຄະນະຮັບຜິດຊອບສ້າງກົດໝາຍ

ຕອນເຊົ້າຂອງວັນທີ 11 ມິຖຸນາ 2019 ຢູ່ທີ່ໂຮງແຮມ ດອນຈັນ ພາເລດ, ກົມກົດໝາຍ ກະຊວງຍຸຕິທໍາ ໄດ້ເປີດຊຸດຝຶກອົບຮົມທັກສະການປະເມີນຜົນກະທົບຂອງ (ຮ່າງ) ກົດໝາຍ ໃຫ້ຄະນະຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ປີ 2019 ແລະ 2020 ເພື່ອຮັບປະກັນການສ້າງກົດໝາຍທີ່ມີປະສິດທິພາບຂຶ້ນ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທໍາ, ມີຊ່ຽວຊານ, ຜູ້ປະສານງານໂຄງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ວິຊາການ, ຕາງໜ້າຈາກບັນດາກະຊວງ ແລະ ຄະນະຮັບຜິດຊອບສ້າງກົດໝາຍເຂົ້າຮ່ວມທັງໝົດຈໍານວນ 45 ທ່ານ, ຍິງ 18 ທ່ານ.

ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອເນັ້ນໜັກໃຫ້ບັນດາຄະນະຮັບຜິດຊອບສ້າງກົດໝາຍ ມີສະຕິກ່ຽວກັບການສ້າງກົດໝາຍໃຫ້ມີຄຸນນະພາບ, ປະຕິບັດຕາມຂັ້ນຕອນການສ້າງນິຕິກໍາຢ່າງເຂັ້ມງວດ ແລະ ເອົາໃຈໃສ່ວຽກງານປະເມີນຜົນກະທົບຂອງກົດໝາຍ ທີ່ອາດມີຕໍ່ພາກຊຸມຊົນ, ພາກທຸລະກິດ ແລະ ລັດຖະບານ. ພ້ອມດຽວກັນນີ້ ຍັງເປັນການຊຸກຍູ້ໃຫ້ຄະນະຮັບຜິດຊອບສ້າງ ແລະ ປັບປຸງ (ຮ່າງ) ກົດໝາຍ ໃຫ້ມີການຄົ້ນຄວ້າ, ວິເຄາະ ທິດທາງແກ້ໄຂບັນຫາທີ່ແທດເໝາະກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງ ສປປ ລາວ ຢ່າງເປັນລະບົບ ແລະ ຮັບປະກັນທຸກພາກສ່ວນເພື່ອເປັນເອກະພາບໃນການຈັດຕັ້ງປະຕິບັດກົດໝາຍໄດ້ຢ່າງມີປະສິດທິພາບ, 
ໃນພິທີ ທ່ານປະທານກອງປະຊຸມ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ຜູ້ທີ່ເຂົ້າຮ່ວມຝຶກອົບຮົມ ແລະ ຮຽກຮ້ອງໃຫ້ພະນັກງານຜູ້ຮັບຜິດຊອບວຽກງານດັ່ງກ່າວ ໃຫ້ມີຄວາມເອົາໃຈໃສ່ ແລະ ກະຕືລືລົ້ນປະກອບສ່ວນສົນທະນາ ແລະ ຕອບ-ຖາມ ແລກປ່ຽນບົດຮຽນກັບຊ່ຽວຊານ ຕະຫຼອດໄລຍະຂອງການຝຶກອົບຮົມ. ການຝຶກອົບຮົມດໍາເນີນໄປເປັນເວລາ 2 ວັນ ແລະ ປິດລົງໃນວັນທີ 12 ມິຖຸນາ 2019.

ຂຽນຂ່າວ-ຖ່າຍພາບ: ຂົນ ບຸນທິສານ