ພິທີປາຖະກະຖາວັນປະຫວັດສາດສໍາຄັນຂອງຊາດ ທີ່ສະໂມສອນ ກະຊວງຍຸຕິທຳ

ໃນຕອນເຊົ້າຂອງວັນທີ 23 ພຶດສະພາ 2019 ຢູ່ທີ່ສະໂມສອນ ກະຊວງຍຸຕິທຳ ໄດ້ຈັດພິທີປາຖະກະຖາ ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ ແລະ ສາກົນຂຶ້ນ ໂດຍພາຍໃຕ້ການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ພົຈ ສົມພອນ ແກ້ວມີໄຊ ເລຂາຄະນະພັກ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຄະນະພະແນກ, ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ ຈຳນວນ 182 ທ່ານ, ຍິງ 83 ທ່ານ.

ໃນພິທີ ທ່ານ ພົຈ ສົມພອນ ແກ້ວມີໄຊ ເລຂາຄະນະພັກ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ກໍໄດ້ເລົ່າເຖິງມູນເຊື້ອວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ ແລະ ສາກົນ ໃນເດືອນພຶດສະພາ ເຊັ່ນ: ການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ, ໂດຍປະຕິບັດຕາມສັນຍາທາງດ້ານການທະຫານ ລະຫວ່າງຝ່າຍປະເທດລາວ ແລະ ຝ່າຍວຽງຈັນ, ວັນທີ 2/11/1957 ຝ່າຍປະເທດລາວໄດ້ຄັດເລືອກເອົາກໍາລັງທະຫານ 1.500 ຄົນ (ກອງພັນທີ 1 ແລະ ທີ 2) ເປັນຕົວແທນໃຫ້ແກ່ກໍາລັງປະເທດຊາດ ເຂົ້າຮ່ວມປະສົມກັບກອງທັບລາດຊະອານາຈັກລາວ ແລະ ກອງພັນທີ 2 ໄປຕັ້ງທັບຢູ່ທົ່ງໄຫຫີນ - ຊຽງຂວາງ. ຢູ່ທີ່ນັ້ນລັດຖະບານ ແລະ ກໍາລັງທະຫານຝ່າຍວຽງຈັນ ໄດ້ຊອກທຸກວິທີ ເພື່ອສະກັນກັ້ນ ບໍ່ໃຫ້ກອງພັນທີ 2 ພົວພັນກັບປະຊາຊົນ ແລະ ໄດ້ໃຊ້ເງິນ-ຄໍາ ຫວັງຊື້ຈ້າງຈອບອອຍແບ່ງແຍກພະນັກງານ - ນັກຮົບແຕ່ບໍ່ໄດ້ຮັບຜົນ, ພວກເຂົາຈຶ່ງໄດ້ຫັນປ່ຽນວິທີການໃໝ່ຄື ການສ້າງຄວາມກົດດັນທາງດ້ານເສດຖະກິດ ເຊັ່ນ: ຕັດ ແລະ ຫຼຸດຜ່ອນການເບີກຈ່າຍ ດ້ານສະບຽງອາຫານ, ບໍ່ຈ່າຍເງິນເດືອນ, ຢາປີ່ນປົວພະຍາດ, ຕັດເງິນ ແລະ ເຂົ້າກິນ ຊຶ່ງມັນໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວ ແລະ ດໍາລົງຊີວິດຂອງພະນັກງານ-ນັກຮົບກອງພັນທີ 2 ຢ່າງຫຼວງຫຼາຍ. ແຕ່ກອງພັນທີ 2 ກໍບໍ່ໄດ້ທໍ້ຖອຍ, ກົງກັນຂ້າມຍັງໄດ້ຍົກສູງສະຕິລະວັງຕົວ ກໍາແໜ້ນສະພາບການ, ເພີ່ມທະວີຄວາມສາມັກຄີ ພາຍໃນໃຫ້ແໜ້ນແຟ້ນ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ເພີ່ມພູນຜະລິດຜົນກັບທີ່, ປະຢັດສັດທ່ຽງຕໍ່ສູ້ກັບສັດຕູດ້ວຍນໍ້າໃຈອາດຫານ ແລະ ກ້າແກ່ນຄ່ອງແຄ້ວ. ແຕ່ລະເດືອນພະນັກງານ - ນັກຮົບຍັງມີເງິນ 40,000 - 50,000 ກີບຝາກໄປສະໜັບສະໜູນສູນກາງແນວລາວຮັກຊາດທີ່ເຄື່ອນໄຫວຢູ່ວຽງຈັນ. ພາຍຫຼັງສ້າງຕັ້ງລັດຖະບານປະສົມ ແລະ ຝ່າຍແນວລາວຮັກຊາດຊະນະໃນການເລືອກຕັ້ງເພີ່ມເຕີມ, ໄດ້ເຮັດໃຫ້ຈັກກະພັດອາເມລິກາ ແລະ ພວກລູກແຫຼ່ງຕີນມືຢ້ານກົວຕໍ່ທ່າອ່ຽງຂະຫຍາຍຕົວຂອງການປະຕິວັດ, ພວກເຂົາໄດ້ເພີ່ມທະວີການກວດກາບັນດາບຸກຄົນທີ່ຂຶ້ນກັບແນວລາວຮັກຊາດ, ປິດລ້ອມສູນກາງແນວລາວຮັກຊາດ, ຈັບກຸມຄຸມຂັງ ແລະ ຄາດຕະກໍາພະນັກງານ-ນັກຮົບຝ່າຍປະເທດລາວ ຈໍານວນໜຶ່ງກັບເມືອ ເປັນພົນລະເມືອງດີຢູ່ທ້ອງຖິ່ນ. ໃນຕົ້ນເດືອນ 5 ປີ 1959 ພວກເຂົາ ໄດ້ຕົກລົງປະຕິບັດຄໍາຂາດເທື່ອສຸດທ້າຍຄື: ປົດອາວຸດກອງພັນທີ 1 ແລະ ທີ 2 ລຶບລ້າງກໍາລັງປະກອບອາວຸດຂອງຝ່າຍປະເທດລາວທັງໝົດ.

ການປະຖະກະຖາໃນຄັ້ງນີ້ ທ່ານປະທານ ກໍໄດ້ຍົກໃຫ້ເຫັນເຖິງຄວາມສາມາດອາດຫານ ທີ່ໄດ້ຜ່ານຂະບວນວິວັດແຫ່ງການຕໍ່ສູ້ກູ້ຊາດຢ່າງມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ແລະ ເຕັມໄປດ້ວຍການເສຍສະຫຼະຊີວິດ, ເລືອດເນື້ອ ຂອງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງຈາກພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ອາເມລິກາ ພ້ອມດ້ວຍພວກປະຕິການຂາຍຊາດທີ່ເປັນລູກແຫຼ່ງຕີນມືຂອງພວກເຂົາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ. 
ຊຶ່ງປັດໄຈທີ່ເຮັດໃຫ້ກອງພັນທີ 2 ສາມາດຜ່າວົງປິດລ້ອມຢ່າງມີໄຊ ຍ້ອນ:
1. ມີການນໍາພາອັນຖືກຕ້ອງສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ.
2. ພະນັກງານ, ສະມາຊິກພັກ ແລະ ນັກຮົບກອງພັນທີ 2 ໄດ້ຮັບການສຶກສາອົບຮົມການເມືອງແນວຄິດເປັນຢ່າງດີ. ອັນເຮັດໃຫ້ທຸກຄົນມີຄວາມຈົງຮັກພັກດີຕໍ່ພັກຕໍ່ປະເທດຊາດ, ຕໍ່ປະຊາຊົນ, ບໍ່ຫວັ່ນໄຫວຄອນແຄນຕໍ່ອຸປະສັກຫຍຸ້ງຍາກ, ສິ່ງທົດສອບທ້າທາຍຫຼາຍປະການ, ພາຍໃນມີຄວາມສາມັກຄີເປັນເອກະພາບ,​ ມີນໍ້າໃຈສູ້ຮົບເດັດດ່ຽວອາດຫານ, ປະຕິບັດກົດລະບຽບວິໄນ ແລະ ຄໍາສັ່ງເຂັ້ມງວດ, ຮັກສາຄວາມລັບຢ່າງເດັດຂາດ.
3. ຍາມໃດກໍໄດ້ເອົາໃຈໃສ່ເຮັດວຽກງານລົງກໍ່ສ້າງຮາກຖານການເມືອງ, ປຸກລະດົມຂົນຂວາຍປະຊາຊົນ ກໍຄືຂົນຂວາຍກໍາລັງຂອງຝ່າຍກົງກັນຂ້າມ. ສະນັ້ນ,​ ຈຶ່ງໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ.
4. ມີການຈັດຕັ້ງນໍາພາ-ບັນຊາທີ່ໜັກແໜ້ນ, ເດັດດ່ຽວເດັດຂາດ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງໝົດທຸກຄົນ, ກໍາແໜ້ນກາລະໂອກາດອັນເໝາະສົມ ແລະ ມີວິທີຫຼອກລວງສັດຕູຢ່າງມີໄຫວພິບ.
5. ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຢ່າງໝົດຈິດໝົດໃຈຈາກກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ.

ຂຽນຂ່າວ-ຖ່າຍພາບ: ຂົນ ບຸນທິສານ