ພິທີປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ 45 ວັນ ຊຸດທີ VIII ໃຫ້ແກ່ພະນັກງານຫຼັກແຫຼ່ງ ຂອງກະຊວງຍຸຕິທຳ

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ພະຈິກ 2019 ຢູ່ທີ່ກະຊວງຍຸຕິທຳ, ພາຍໃຕ້ການເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັັກ, ລັດຖະມົນຕີກະຊວງຍຸຕິທຳ, ໂດຍການເຂົ້າຮ່ວມຂອງ ສະຫາຍ ປອ. ນ. ໄກສອນ ຈັນສີນາ ເລຂາໜ່ວຍພັກຮາກຖານ, ວ່າການຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາສະຫາຍເລຂາ ໜ່ວຍພັກຮາກຖານ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ພ້ອມດ້ວຍນັກຝຶກອົບຮົມ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ບຸນທາ ຊົງເຍີທ່າວ ກຳມະການພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາກ່ຽວກັບການຝຶກອົບຮົມ ແລະ ຜ່ານຂໍ້ຕົກລົງວ່າດ້ວຍ ການອະນຸມັດມອບໃບຢັ້ງຢືນຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ VIII ຂອງກະຊວງຍຸຕິທຳ. ຈາກນັ້ນ, ສະຫາຍ ປອ. ນ. ໄກສອນ ຈັນສີນາ ເລຂາໜ່ວຍພັກຮາກຖານ, ວ່າການຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ກໍໄດ້ມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມ. ສຳລັບຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ດຳເນີນມາເປັນເວລາ 45 ວັນ ນັບແຕ່ວັນທີ 23 ກັນຍາ - 22 ພະຈິກ 2019, ມີນັກຝຶກອົບຮົມເຂົ້າຮ່ວມທັງໝົດຈຳນວນ 37 ສະຫາຍ, ຍິງ 15 ສະຫາຍ ມາຈາກ ຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ສະພາທະນາຍຄວາມ ແຫ່ງ ສປປ ລາວ.

ໃນຕອນທ້າຍຂອງພິທີ ທ່ານປະທານກອງປະຊຸມກໍໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ ຊຶ່ງກ່ອນອື່ນທ່ານກໍໄດ້ຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ, ຄູ-ອາຈານ ທີ່ໄດ້ເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ພ້ອມທັງຍ້ອງຍໍຊົມເຊີຍນັກຝຶກອົບຮົມທຸກສະຫາຍທີ່ມີຄວາມມານະອົດທົນ, ຕັ້ງໃຈຮັບຟັງການບັນຍາຍ ແລະ ແລກປ່ຽນ, ຖອດຖອນບົດຮຽນກັບ ຄູ-ອາຈານ ທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ເຮັດໃຫ້ນັກຝຶກອົບຮົມກຳໄດ້ທັດສະນະ ແລະ ຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ກຳແໜ້ນບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງບໍລິຫານລັດ, ສ້າງວິໄສທັດໃນການສັງເກດຕີລາຄາບັນຫາຕ່າງໆ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ຊັດເຈນ, ພ້ອມນັ້ນ ທ່ານປະທານກອງປະຊຸມຍັງຮຽກຮ້ອງມາຍັງນັກຝຶກອົບຮົມທຸກສະຫາຍຈົ່ງພ້ອມກັນນໍາເອົາຄວາມຮູ້ທີ່ໄດ້ຮ່ຳຮຽນມາໄປຈັດຕັ້ງຜັນຂະຫຍາຍໝູນ, ໃຊ້ເຂົ້າໃນການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານຕົວຈິງໃຫ້ນັບມື້ນັບມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເລື້ອຍໆ.

ຂຽນຂ່າວ: ສີປະໄພ ເພັດປະທຸມມາ, ຖ່າຍພາບ: ສົມຫວັງ ພົວລະພັນ