ພິທີມອບ-ຮັບປຶ້ມປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ຢູ່ທີ່ໂຮງແຮມ ຄຣາວພຣາຊາ

ຢູ່ທີ່ໂຮງແຮມຄຣາວພຣາຊາ ນະຄອນຫຼວງວຽງຈັນ ກະຊວງຍຸຕິທຳ ຮ່ວມກັບ ອີຢູ ແລະ ລຸກຊຳບວກ ໄດ້ຈັດພິທີມອບ-ຮັບປຶ້ມປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ຂຶ້ນໃນວັນທີ 10 ກັນຍາ 2019 ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ, ທ່ານ ເນເວັນ ມິມິຊາ ຄະນະກຳມາທິການເພື່ອການຮ່ວມມື ແລະ ພັດທະນາສາກົນ ຂອງສະຫະພາບເອີຣົບ ແລະ ທ່ານ ນາງ ພໍເລັດຕ໌ ເລເນີດ ລັດຖະມົນຕີວ່າການກະຊວງການຮ່ວມມືເພື່ອການພັດທະນາ ແລະ ວຽກມະນຸດສະທຳ ແຫ່ງ ລາຊະອານາຈັກລຸກຊຳບວກ, ມີຜູ້ເຂົ້າຮ່ວມຈຳນວນ 100 ທ່ານ ທີ່ມາຈາກສະພາແຫ່ງຊາດ, ອຳນາດການປົກຄອງລັດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສັງຄົມ.

ໃນພິທີ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ເຜີຍແຜ່ປຶ້ມປະມວນກົດໝາຍອາຍາສະບັບທຳອິດ ຂອງ ສປປ ລາວ ຊຶ່ງສະພາແຫ່ງຊາດໄດ້ຮັບຮອງເອົາໃນເດືອນພຶດສະພາ 2017 ແລະ ມີຜົນບັງຄັບໃຊ້ໃນວັນທີ 1 ພະຈິກ 2018 ຊຶ່ງແມ່ນປະມວນກົດໝາຍອາຍາສະບັບທຳອິດທີ່ຖືກນຳໃຊ້ໃນ ສປປ ລາວ. ກົດໝາຍສະບັບນີ້ ບໍ່ພຽງແຕ່ໄດ້ປັບປຸງກົດໝາຍອາຍາ ປີ 2005 ເທົ່ານັ້ນ ແຕ່ຍັງລວມເອົາຂໍ້ກຳນົດ ກ່ຽວກັບການລົງໂທດຂອງກົດໝາຍອາຍາອີກ 20 ສະບັບ ຊຶ່ງລວມເອົາຫຼາຍຫົວຂໍ້ຈາກກົດໝາຍວ່າດ້ວຍການຄ້າ, ກົດໝາຍວ່າດ້ວຍແມ່ຍິງ ແລະ ເດັກນ້ອຍ, ກົດໝາຍວ່າດ້ວຍສຸຂະພາບ ແລະ ກົດໝາຍວ່າດ້ວຍສິ່ງແວດລ້ອມ ແລະ ກົດໝາຍອື່ນໆ ລວມເຂົ້າເປັນກົດໝາຍສະບັບດຽວກັນ ແລະ ເພື່ອຮັບປະກັນຕໍ່ການລົງໂທດໃສ່ຜູ້ກະທຳຜິດທາງອາຍາ ພ້ອມທັງເປັນບ່ອນອີງໃນການໂຄສະນາເຜີຍແຜ່ກົດໝາຍ ແລະ ສ້າງສະຕິ ການເຄົາລົບຈັດຕັ້ງປະຕິບັດກົດໝາຍໃນທົ່ວສັງຄົມ ຈຶ່ງໄດ້ຮຽບຮຽງ ແລະ ຈັດພິມປຶ້ມປະມວນກົດໝາຍອາຍາ ເພື່ອການແຈກຢາຍ ແລະ ຈຳໜ່າຍ ອອກສູ່ສັງຄົມ ທັງນີ້ກໍເພື່ອເປັນເງື່ອນໄຂສະດວກໃນການຈັດຕັ້ງປະຕິບັດຂອງພະນັກງານ, ທະຫານ, ຕຳຫຼວດ ທີ່ເຮັດວຽກໃນການປົກປ້ອງກົດໝາຍ, ນັກຮຽນຮູ້, ນັກສຶກສາ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ລະບອບປະຊາທິປະໄຕ ປະຊາຊົນລາວ ເທື່ອລະກ້າວ.

ໃນຕອນທ້າຍພິທີ ທ່ານ ເນເວັນ ມິມິຊາ ຄະນະກຳມາທິການເພື່ອການຮ່ວມມື ແລະ ພັດທະນາສາກົນ ຂອງສະຫະພາບເອີຣົບ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ລັດຖະບານລາວ ທີ່ໄດ້ເອົາໃຈໃສ່ບາດກ້າວທີ່ສຳຄັນດັ່ງກ່າວໄປສູ່ລະບົບກົດໝາຍ ແລະ ຊ່ວງເວລາສຳຄັນສຳລັບລະບົບກົດໝາຍຂອງລາວ ກໍຄືທົ່ວປະເທດ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໜັກຕື່ມອີກໃນການປັບປຸງ ແລະ ເຮັດໃຫ້ຂໍ້ກຳນົດຂອງປະມວນກົດໝາຍອາຍາໃຫ້ມີຄວາມຮັດກຸມ ແລະ ເປັນມາດຖານ ໂດຍສະເພາະບັນຫາສິດທິມະນຸດໃນລະດັບສາກົນ, ພ້ອມດຽວກັນນັ້ນກໍຮັບປະກັນການເຜີຍແຜ່ ແລະ ການບັງຄັບໃຊ້ໃນທົ່ວປະເທດ. ຈາກນັ້ນ, ທ່ານ ນາງ ພໍເລັດຕ໌ ເລເນີດ ລັດຖະມົນຕີວ່າການກະຊວງການຮ່ວມມືເພື່ອການພັດທະນາ ແລະ ວຽກມະນຸດສະທຳ ແຫ່ງ ລາຊະອານາຈັກລຸກຊຳບວກ ກໍໄດ້ຢັ້ງຢືນອີກຄັ້ງໜຶ່ງໃນຄວາມໝາຍໝັ້ນ ຂອງປະເທດລຸກຊຳບວກໃນການສະໜັບສະໜູນການປົກຄອງທີ່ດີ ແລະ ບັນດາສະຖາບັນທີ່ເຮັດໜ້າທີ່ທີ່ດີໃນ ສປປ ລາວ ໂດຍໃຫ້ຂໍ້ສັງເກດວ່າ ອາຊະຍາກຳ ບໍ່ພຽງແຕ່ແກ້ໄຂໄດ້ພຽງແຕ່ລະບຽບການ, ໂດຍການຕັດສີນ ແລະ ລົງໂທດປະຊາຊົນ ເທົ່າທີ່ເຫັນໄດ້ໃນປະມວນກົດໝາຍອາຍາເທົ່ານັ້ນ. ເພື່ອເປັນການຕ້ານອາຊະຍາກຳ, ການສຶກສາ ແລະ ການປ້ອງກັນອາຊະຍາກຳ ແມ່ນມີຄວາມສຳຄັນເຊັ່ນດຽວກັນ.

ຂຽນຂ່າວ-ຖ່າຍພາບໂດຍ: ບຸນຖອມ ພະສະແຫວງ