ພິທີມອບ-ຮັບ ແລະ ເປີດການນຳໃຊ້ ສຳນັກງານ ກະຊວງຍຸຕິທຳ ຫຼັງໃໝ່

ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 2 ກໍລະກົດ 2019 ທີ່ບ້ານ ໂນນສະອາດ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ; ກ່າວມອບ ໂດຍທ່ານ ສີສະຫງວນ ອິນທິຈັກ ຜູ້ອຳນວຍການ ບໍລິສັດລັດວິສາຫະກິດກໍ່ສ້າງຂົວທາງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ ໄຊສົມບູນ; ກ່າວຮັບ ໂດຍທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ; ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ໂດຍທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງລັດຖະມົນຕີ, ບັນດາຄະນະກົມ, ຄະນະສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຄະນະສະຖາບັນຍຸຕິທຳແຫ່ງຊາດ, ບັນດາພະແນກຍຸຕິທຳແຂວງທົ່ວປະເທດ, ຫົວໜ້າສະຖາບັນຍຸຕິທຳທັງ 3 ພາກ, ພະນັກງານ-ລັດຖະກອນ ພ້ອມທັງແຂກຖືກເຊີນເຂົ້າຮ່ວມ.

ສຳນັກງານກະຊວງຍຸຕິທຳຫຼັງໃໝ່ ແມ່ນໄດ້ເລີ່ມກໍ່ສ້າງ ໃນເດືອນ ສິງຫາ 2013 ແລະ ກໍ່ສ້າງສຳເລັດ ໃນເດືອນ ມິຖຸນາ 2019 ໃຊ້ເວລາໃນການກໍ່ສ້າງ 53 ເດືອນ ໂດຍໂຄງການກໍ່ສ້າງດັ່ງກ່າວ ປະກອບມີ 3 ສັນຍາ ຄື: ສັນຍາທີ່ 1 ຮັບເໝົາກໍ່ສ້າງອາຄານ ສູງ 5 ຊັ້ນ, ກວ້າງ 42 ແມັດ, ຍາວ 99 ແມັດ, ມູນຄ່າ 129 ຕື້ກີບ, ປະກອບມີ 5 ໜ້າວຽກ ຄື: ວຽກງານອາຄານ, ວຽກງານລິບ, ວຽກງານແອເຢັນ, ວຽກງານລະບົບຕ້ານອັກຄີໄພ ແລະ ວຽກງານລະບົບສື່ສານ. ສັນຍາທີ 2 ກໍ່ສ້າງຕາຂ່າຍໄຟຟ້າ 22 KV ແລະ ຕິດຕັ້ງໝໍ້ແປງ 1,600 KVA ມູນຄ່າ 2 ຕື້ກວ່າກີບ ແລະ ສັນຍາທີ 3 ກໍ່ສ້າງປັບປຸງພື້ນທີ່ ແລະ ພື້ນຖານໂຄງລ່າງ ຢູ່ຂອບເຂດກະຊວງຍຸຕິທຳ ມູນຄ່າ 19 ຕື້ກວ່າກີບ. ສຳລັບທຶນໃນການກໍ່ສ້າງ ແມ່ນນຳໃຊ້ທຶນຂອງລັດ 100% ໂດຍແມ່ນ ບໍລິສັດລັດວິສາຫະກິດ ກໍ່ສ້າງຂົວທາງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ ໄຊສົມບູນ ເປັນຜູ້ລົງທຶນກ່ອນ.

ສຳນັກງານກະຊວງຍຸຕິທຳຫຼັງໃໝ່ ເປັນສັນຍາລັກແຫ່ງການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງຂອງວຽກງານຍຸຕິທຳ ແຫ່ງ ສປປ ລາວ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ຊີ້ນຳ-ນຳພາຢ່າງໃກ້ຊິດ ຂອງສູນກາງພັກ, ລັດຖະບານ ແລະ ສະພາແຫ່ງຊາດ ຕໍ່ວຽກງານຂະແໜງຍຸຕິທຳ ຊຶ່ງເປັນໂຄງການທີ່ລັດລົງທຶນໂດຍກົງ ດ້ວຍງົບປະມານ 153 ຕື້ກີບ ເພື່ອປັບປຸງ, ກໍ່ສ້າງ ພື້ນຖານໂຄງລ່າງອັນຈຳເປັນ, ສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງຍຸຕິທຳ ສິ່ງດັ່ງກ່າວຈະກາຍເປັນມໍຣະດົກສືບທອດໃຫ້ແກ່ ຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນ ຂອງຂະແໜງຍຸຕິທຳ ໃນຂອບເຂດທົ່ວປະເທດ.