ລັດຖະມົນຕີກະຊວງຍຸຕິທຳແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຄະນະປະທານສານສູນກາງ ແຫ່ງ ສປປ ເກົາຫຼີ

ໃນຕອນບ່າຍຂອງວັນທີ 8 ພຶດສະພາ 2019 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ກາງ ຢັງຊັອກ ປະທານສານສູນກາງ ສປປ ເກົາຫຼີ ພ້ອມດ້ວຍຄະນະ.

ຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ແມ່ນເພື່ອລາຍງານໃຫ້ຊາບວ່າ: ສປປ ລາວ ແລະ ສປປ ເກົາຫຼີ ໄດ້ຮ່ວມກັນເຊັນສົນທິສັນຍາວ່າດ້ວຍ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ດ້ານກົດໝາຍ ໃນບັນຫາທາງແພ່ງ ແລະ ອາຍາ. ສົນທິສັນຍາດັ່ງກ່າວໄດ້ເຊັນຂຶ້ນ ໃນວັນທີ 20 ມີຖຸນາ 2008 ທີ່ນະຄອນຫຼວງວຽງຈັນ ໂດຍແມ່ນກະຊວງຍຸຕິທຳ ສປປ ລາວ ເຂົ້າຮ່ວມຕ້ອນຮັບຄະນະດັ່ງກ່າວ. ໃນນັ້ນຂອບເຂດຂອງການຊ່ວຍເຫຼືອທາງດ້ານກົດໝາຍ ໃນທາງແພ່ງ ແລະ ອາຍາ ມີດັ່ງນີ້: 1.) ການດຳເນີນຄະດີອາຍາ ເປັນຕົ້ນ: ການເອົາຄຳໃຫ້ການຂອງຜູ້ກະທຳຜິດ, ພະຍານ, ຜູ້ຊ່ຽວຊານ ຫຼື ຜູ້ຖືກເສຍຫາຍ; 2.) ສະໜອງຂໍ້ມູນ ແລະ ເອກະສານທີ່ກ່ຽວຂ້ອງ; 3.) ປະຕິບັດຕາມການຮ້ອງຂໍເພື່ອຄົ້ນຄວ້າ, ການຍຶດ ແລະ ເກັບກຳຫຼັກຖານ; 4.) ການຮັບຮູ້ ແລະ ປະຕິບັດຄຳຕັດສີນ ແລະ ຄຳຊີ້ຂາດຂອງສານ; 5.) ການສືບສວນ-ສອບສວນ, ກັກຕົວ ແລະ ສົ່ງຜູ້ຮ້າຍຂ້າມແດນ. ທັງໝົດນີ້ ແມ່ນຂອບເຂດການຊ່ວຍເຫຼືອທາງດ້ານກົດໝາຍ ໃນບັນຫາທາງແພ່ງ ແລະ ອາຍາ.

ໃນຄະນະດຽວກັນນັ້ນ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອ ສປປ ລາວ ຂອງ ສປປ ເກົາຫຼີ ໃນດ້ານຕ່າງໆຢ່າງມີໝາກຜົນຕະຫຼອດມາ. ແຕ່ໃນໄລຍະຜ່ານມາ ກະຊວງຍຸຕິທຳຍັງບໍ່ໄດ້ມີການຢ້ຽມຢາມພົບປະ ຫຼື ແລກປ່ຽນບົດຮຽນ ເປັນອັນສະເພາະ ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສປປ ເກົາຫຼີ ແລະ ເຫັນວ່າເປັນໂອກາດດີ ທີ່ສານສູນກາງຂອງ ສປປ ເກົາຫຼີ ໄດ້ເດີນທາງມາພົບປະ. ສະນັ້ນ, ຈົ່ງສືບຕໍ່ການຢ້ຽມຢາມພົບປະຂອງສອງປະເທດໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ອວຍພອນໃຫ້ ທ່ານ ກາງ ຢັງຊັອກ ປະທານສານສູນກາງ ສປປ ເກົາຫຼີ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສຳເລັດ ໃນການເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ກະຊວງຍຸຕິທຳ ສອງຊາດ ລາວ-ເກົາຫຼີ ຈະໄດ້ຮັບການເສີມຂະຫຍາຍ ຂຶ້ນໄປເລື້ອຍໆ.

ຂຽນຂ່າວ-ຖ່າຍພາບໂດຍ: ບຸນຖອມ ພະສະແຫວງ