ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ທາຄາຊິ ຣິຄິຮາຣະ ເອກອັກຄະຣາຊະທູດຍີປຸ່ນ ປະຈຳ ສປປ ລາວ

ໃນຕອນບ່າຍຂອງວັນທີ 23 ສິງຫາ 2019 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ທາຄາຊິ ຣິຄິຮາຣະ ເອກອັກຄະຣາຊະທູດຍີປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.

 

ຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ແມ່ນເພື່ອລາຍງານສະຫຼຸບຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດໂຄງການຮ່ວມມືລະຫວ່າງລາວ-ຍີປຸ່ນ ຄົບຮອບ 20 ປີ (1998-2018) ກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຮ່ວມມືທາງດ້ານວິຊາການກົດໝາຍ ກັບກະຊວງຍຸຕິທຳຍີປຸ່ນ ນັບແຕ່ປີ 1996 ໂດຍຄະນະລັດຖະມົນຕີກະຊວງຍຸຕິທຳໄດ້ຢ້ຽມຢາມກະຊວງຍຸຕິທຳຍີປຸ່ນ ແລະ ສຶກສາລະບົບຍຸຕິທຳຂອງຍີປຸ່ນ, ຈາກນັ້ນ, ການຮ່ວມມືກໍໄດ້ລິເລີ່ມເປັນຮູບຮ່າງໃນປີ 1998 ເປັນຕົ້ນມາ. ຈາກນັ້ນ ທັງສອງກະຊວງຍຸຕິທຳລາວ-ຍີປຸ່ນ ກໍໄດ້ຕົກລົງຮ່ວມມືກັນທາງດ້ານວິຊາການຂອງສອງປະເທດ ໃນໂຄງການພັດທະນາຊັບພະຍາກອນມະນຸດ ໃນຂະແໜງກົດໝາຍ ແລະ ຍຸຕິທຳ ເອີ້ນວ່າໂຄງການ ເພື່ອສະໜັບສະໜູນລັດຖະບານລາວ ໃນການຈັດຕັ້ງປະຕິບັດແຜນເສດຖະກິດ-ສັງຄົມ ແລະ ແຜນແມ່ບົດສ້າງລັດທີ່ປົກຄອງດ້ວຍກົດໝາຍ ແຕ່ 2009-2020 ໃຫ້ປະກົດຜົນເປັນຈິງ.

ໃນຄະນະດຽວກັນນັ້ນ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອ ສປປ ລາວ ຂອງ ປະເທດ ຍີປຸ່ນ ໃນດ້ານຕ່າງໆຢ່າງມີໝາກຜົນຕະຫຼອດມາ ແລະ ອວຍພອນໃຫ້ ທ່ານ ທາຄາຊິ ຣິຄິຮາຣະ ເອກອັກຄະຣາຊະທູດຍີປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ຈົ່ງປະສົມຜົນສຳເລັດ ໃນການເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ກະຊວງຍຸຕິທຳ ສອງຊາດ ລາວ-ຍີປຸ່ນ ຈະໄດ້ຮັບການເສີມຂະຫຍາຍ ຂຶ້ນໄປເລື້ອຍໆ.

ຂຽນຂ່າວ-ຖ່າຍພາບໂດຍ: ບຸນຖອມ ພະສະແຫວງ