ລັດຖະມົນຕີກະຊວງຍຸຕິທໍາ ໂອ້ລົມຕໍ່ພະນັກງານລົງຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ

ໃນຕອນເຊົ້າຂອງວັນທີ 30 ເມສາ 2019 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ໂອ້ລົມຕໍ່ພະນັກງານລົງຕິດຕາມ, ກວດກາ, ຊີ້ນໍາ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຢູ່ ນະຄອນຫຼວງວຽງຈັນ ແລະ 5 ແຂວງ, ລວມທັງໝົດ ຈໍານວນ 30 ທ່ານ, ຍິງ 3 ທ່ານ.

ໃນຫ້ອງປະຊຸມ ທ່ານ ໄຊສີ ສັນຕິວົງ ກໍໄດ້ໂອ້ລົມພະນັກງານທີ່ລົງຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແມ່ນເປັນວຽກທີ່ຫຍຸ້ງຍາກ. ສະນັ້ນ, ຖ້າອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຫາກບໍ່ເຂັ້ມແຂງ, ກໍຈະເຮັດໃຫ້ຄໍາຕັດສິນຂອງສານບໍ່ໄດ້ຮັບການຈັດຕັ້ງປະຕິບັດຄໍາຕັດສິນນັ້ນກໍຈະບໍ່ມີຄວາມໝາຍ, ບໍ່ມີຄຸນຄ່າ ແລະ ແນ່ນອນກໍຈະສົ່ງຜົນສະທ້ອນອັນບໍ່ດີເຖີງຂະບວນຍຸຕິທໍາ, ເກີດປະກົດການຫຍໍ້ທໍ້ຕ່າງໆທີ່ກະທົບຕໍ່ແນວທາງນະໂຍບາຍອັນຖືກຕ້ອງເປັນທໍາຂອງພັກ-ລັດ, ເຮັດໃຫ້ສັງຄົມມີຄວາມສັບສົນ, ມີຫາງສຽງຈົ່ມວ່າ ເຊັ່ນ: ການບໍ່ຍຸຕິທໍາ, ຄໍາຕັດສິນບໍ່ສັກສິດ, ອໍານາດລັດບໍ່ເຂັ້ມແຂງ ແລະ ອື່ນໆ, ຊິ່ງບັນຫາດັ່ງກ່າວຈະແຕະຕ້ອງເຖີງການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ, ກໍຄືຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຍ່າງຫຼີກລ້ຽງບໍ່ໄດ້. ຂະແໜງຍຸຕິທໍາ ໄດ້ຖືເອົາວຽກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ເປັນວຽກໜຶ່ງທີ່ສໍາຄັນ ແລະ ເປັນອັນລວມຂອງຄະນະພັກ-ຄະນະນໍາທຸກຂັ້ນ ທີ່ຈະຕ້ອງໄດ້ເພີ້ມທະວີໃນການຊີ້ນໍາ-ນໍາພາ, ທັງນີ້ ຍ້ອນວ່າຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດກໍຄືກັນກັບກົດໝາຍທີ່ມີຜົນບັງຄັບຕ້ອງປະຕິບັດ. ສະນັ້ນ, ຖ້າຫາກຄໍາຕັດສິນຂອງສານໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ຄົບຖ້ວນກໍ່ຈະຍົກບົດບາດຄວາມສັກສິດຂອງກົດໝາຍ ແລະ ທັງເປັນເງື່ອນໄຂທີ່ດີໃຫ້ແກ່ການສ້າງຄວາມຍຸຕິທໍາໃນສັງຄົມ. ສິ່ງສໍາຄັນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໄດ້ດີມັນຈະສ່ອງແສງເຖິງລັກສະນະດີເລີດຂອງລະບອບໃໝ່ ປະຊາທິປະໄຕປະຊາຊົນ ພາຍໃຕ້ການນໍາພາຂອງພັກ, ນອກຈາກນີ້ ເນື້ອແທ້ຂອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ກໍແມ່ນການພິທັກຮັກສາຄວາມຍຸຕິທໍາໃນສັງຄົມ, ເຊິ່ງມັນຈະສ້າງບັນຍາກາດຄວາມເປັນທໍາ, ຄວາມສາມັກຄີ ປະກອບສ່ວນໃນການສ້າງລັດໃຫ້ມີຄວາມເຂັ້ມແຂງ, ເປັນປັດໄຈພື້ນຖານຍູ້ດັນໃຫ້ແກ່ການພັດທະນາເສດຖະກິດສັງຄົມ.
ໃນຕອນທ້າຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ອວຍພອນໃຫ້ບັນດາທ່ານທີ່ລົງຕິດຕາມ, ກວດກາ, ຊີ້ນໍາ ແລະ ເຂົ້າຮ່ວມວຽກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຄັ້ງນີ້ ຈົ່ງປະສົບຜົນສໍາເລັດຢ່າງສະຫງ່າງາມ. 

ຂ່າວ-ພາບ: ຂົນ ບຸນທິສານ