ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງປະທານຜູ້ບໍລິຫານຈັດຕັ້ງປະຕິບັດງານຂອງມູນນິທິເອເຊຍ

ໃນຕອນເຊົ້າຂອງວັນທີ 5 ກັນຍາ 2019 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ນາງ ຊູຊານ ອິ. ສິສໂຄ ຮອງປະທານບໍລິຫານ ແລະ ຫົວໜ້າຝ່າຍປະຕິບັດງານມູນນິທິເອເຊຍ ພ້ອມດ້ວຍຄະນະ.

ຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ແມ່ນເພື່ອລາຍງານສະຫຼຸບຕີລາຄາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນປີ 2014-2018 ໂຄງການມູນນິທິເອເຊຍ ແມ່ນໄດ້ຊ່ວຍກະຊວງຍຸຕິທຳໃນການຈັດຕັ້ງກິດຈະກຳວຽກງານຍຸຕິທຳຮາກຖານໃຫ້ມີຄວາມເຂັ້ມແຂງ ເປັນຕົ້ນ ວຽກຊ່ວຍເຫຼືອທາງດ້ານກົດໝາຍ, ການຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ. ນອກນັ້ນ, ໂຄງການຍັງຈະສືບຕໍ່ກ່ຽວກັບການກະກຽມເຊັນສັນຍາການຈັດຕັ້ງປະຕິບັດໂຄງການຮ່ວມມືລະຫວ່າງ ກະຊວງຍຸຕິທຳ ແລະ ມູນນິທິເອເຊຍ ໃນໄລຍະ 4 ປີ ຕໍ່ໜ້າ (2019-2023) ຈຸດປະສົງຂອງໂຄງການ ເພື່ອເພີ່ມຂີດຄວາມສາມາດຂອງກະຊວງຍຸຕິທຳ ແລະ ຄູ່ຮ່ວມງານອື່ນທີ່ກ່ຽວຂ້ອງໃນການສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຍຸຕິທຳ; ເພີ່ມຄວາມສາມາດຂອງສະພາທະນາຍຄວາມລາວ ໃນວຽກງານຊ່ວຍເຫຼືອທາງດ້ານກົດໝາຍ; ຄວາມຕື່ນຕົວຕໍ່ສິດທິແມ່ຍິງ ແລະ ສ້າງຄວາມສາມາດໃຫ້ແກ່ແມ່ຍິງໃນຂະແໜງວິຊາຊີບກົດໝາຍ.

ໃນຄະນະດຽວກັນນັ້ນ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອ ສປປ ລາວ ຂອງ ໂຄງການມູນນິທິເອເຊຍ ໃນດ້ານຕ່າງໆຢ່າງມີໝາກຜົນຕະຫຼອດມາ ແລະ ອວຍພອນໃຫ້ ທ່ານ ນາງ ຊູຊານ ອິ. ສິສໂຄ ຮອງປະທານບໍລິຫານ ແລະ ຫົວໜ້າຝ່າຍປະຕິບັດງານມູນນິທິເອເຊຍ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສຳເລັດ ໃນການເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ແລະ ໂຄງການມູນນິທິເອເຊຍ ຈະໄດ້ຮັບການເສີມຂະຫຍາຍ ຂຶ້ນໄປເລື້ອຍໆ.

ຂຽນຂ່າວ-ຖ່າຍພາບໂດຍ: ບຸນຖອມ ພະສະແຫວງ