ສອງກະຊວງຍຸຕິທຳລາວ ແລະ ຫວຽດນາມ ສະຫຼຸບຜົນສຳເລັດການຈັດຕັ້ງປະຕິບັດແຜນການຮ່ວມມື ປີ 2019 ແລະ ວາງແຜນຮ່ວມມືໃນຕໍ່ໜ້າ

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 6 ທັນວາ 2019 ຢູ່ທີ ໂຮມແຮມ ຄາວ ພຣາຊາ, ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ທ່ານ ເລ ແທັງ ລອງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ, ມີບັນດາຜູ້ຕາງໜ້າຂອງທັງສອງຝ່າຍເຂົ້າຮ່ວມທັງໝົດ 26 ທ່ານ, ຍິງ 5 ທ່ານ.
ຈຸດປະສົງການຈັດກອງປະຊຸມຄັ້ງນີ້ ເພື່ອສະຫຼຸບ, ຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດແຜນການຮ່ວມມື ປີ 2019 ແລະ ສືບຕໍ່ປຶກສາຫາລືແຜນການຮວມມື ປີ 2020 ຂອງສອງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ. ໃນກອງປະຊຸມ ທັງສອງຝ່າຍ ກໍໄດ້ລາຍງານໂດຍຫຍໍ້ ຕໍ່ກັບສະພາບເສດຖະກິດ-ສັງຄົມ ແລະ ແຜນວຽກທີ່ພົ້ນເດັ່ນ ແລະ ຕີລາຄາຄືນການຈັດຕັ້ງປະຕິບັດແຜນການຮ່ວມມື ຂອງສອງກະຊວງ ໃນໄລຍະຜ່ານມາ ຊຶ່ງມີຫຼາຍວຽກງານທີ່ພົ້ນເດັ່ນ ແລະ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.
ກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ມີພິທີເຊັນບົດບັນທຶກຮ່ວມກັນ ຊຶ່ງເປັນແຜນການຮ່ວມມືລະຫວ່າງກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ. ຕາງໜ້າກະຊວງຍຸຕິທຳ ແຫ່ງ ສປປ ລາວໂດຍ ທ່ານ ເກດສະໜາ ພົມມະຈັນ ຫົວໜ້າກົມຮ່ວມມືສາກົນ ແລະ ຝ່າຍ ສສ ຫວຽດນາມ ແມ່ນ ທ່ານ ຫງັ້ຽວນ ຮີ້ວ ແຮ່ວນ, ຫົວໜ້າກົມຮ່ວມມືສາກົນ; ຊຶ່ງທັງສອງຝ່າຍ ຈະສືບຕໍ່ປຶກສາຫາລື ແລະ ສ້າງບົດບັນທຶກຮ່ວມມືຊຶ່ງກັນ ແລະ ກັນ ໄລຍະ 2021-2025 ຊຶ່ງຈະເຊັນຮ່ວມກັນໃນການເຂົ້າຮ່ວມວຽກງານຊາຍແດນ ທີ ສສ ຫວຽດນາມ ໃນປີ 2020; ການຜັດປ່ຽນກັນຢ້ຽມຢາມ ແລະ ເຮັດວຽກຮ່ວມກັນຂອງຄະນະນຳແຕ່ລະຂັ້ນຂອງທັງສອງກະຊວງ; ການຮ່ວມມືກັນໃນການກໍ່ສ້າງ ແລະ ບຳລຸງກົດໝາຍ. ເອົາໃຈໃສ່ສືບຕໍ່ປະສານສົມທົບກັນສ້າງ ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດແຜນການຮ່ວມມື ສຳລັບປີ 2020 ຂອງໂຄງການ “ຊ່ວຍໜູນສະຖາບັນຍຸຕິທຳລາວ” ຕາມເອກະສານໂຄງການທີ່ໄດ້ຮັບອະນຸມັດໃຫ້ໄດ້ຮັບປະສິດທິຜົນ, ມະຫາວິທະຍາໄລກົດໝາຍຮາໂນຍ ແລະ ສະຖາບັນຍຸຕິທຳຫວຽດນາມ ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຮ່ວມມືທີ່ໄດ້ເຊັນກັບສະຖາບັນຍຸຕິທຳແຫ່ງຊາດ ລາວ ໂດຍຜ່ານການແລກປ່ຽນຄູສອນ, ນັກສຶກສາ, ແບ່ງປັນຂໍ້ມູນ-ຂ່າວສານ, ເອກະສານ ກ່ຽວກັບຫຼັກສູດວິທີການສອນ, ການຮ່ວມມືວຽກງານຍຸຕິທຳຂັ້ນທ້ອງຖິ່ນ. ກະຊວງຍຸຕິທຳຂອງທັງສອງປະເທດ ຈະຊຸກຍູ້ ແລະ ສ້າງເງື່ອນໄຂ ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການຍຸຕິທຳ ແນໃສ່ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດຂອງປະຊາຊົນທັງສອງປະເທດ, ຊຸກຍູ້ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ຈັດຕັ້ງປະຕິບັດຜົນຂອງກອງປະຊຸມຍຸຕິທຳ ລາວ-ຫວຽດນາມ ເປີດກວ້າງ ຄັ້ງທີ 4 ທີ່ໄດ້ຈັດຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ ສປປ ລາວ. ຈະສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນໃນທຸກລະດັບ ແລະ ຫຼາຍຂົງເຂດວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການຮ່ວມມື ປີ 2020 ໃຫ້ມີປະສິດທິຜົນສູງກວ່າເກົ່າ.
ເນື່ອງໃນໂອກາດທີ່ ທ່ານ ເລ ແທັງ ລອງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ເດີນທາງມາຮ່ວມກອງປະຊຸມພົບປະສອງຝ່າຍ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ທ່ານລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ກໍໄດ້ເຂົ້າເຂົ້າຢ້ຽມຂ່ຳນັບ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ຢູ່ທີ່ສຳນັກງານປະທານປະເທດ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ສຳນັກງານສະພາແຫ່ງຊາດ ເພື່ອລາຍງານຈຸດປະສົງ ແລະ ຜົນສຳເລັດຂອງການປະຊຸມພົບປະສອງຝ່າຍລາວ-ຫວຽດນາມ ໃຫ້ທັງສອງທ່ານຊາບ.

ຂຽນຂ່າວ-ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ