ຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າພົບຂອງ ທ່ານ ປີເຕີ ແມັກເຄນນາ

   ໃນຕອນເຊົ້າຂອງວັນທີ 18 ມີນາ 2019 ທີ່ຫ້ອງຮັບແຂກຂອງກະຊວງຍຸຕິທໍາ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບຂອງ ທ່ານ ປີເຕີ ແມັກເຄນນາ ຊ່ຽວຊານວຽກງານປະເມີນຜົນກະທົບຂອງຮ່າງນິຕິກໍາ ແລະ ຕາງໜ້າຈາກໂຄງການພັດທະນາພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງໄລຍະສອງ ພ້ອມດ້ວຍຄະນະ 2 ທ່ານ.

   ຈຸດປະສົງການເຂົ້າພົບຂອງທ່ານ ປີເຕີ ແມັກເຄນນາ ເພື່ອລາຍງານຄວາມຄືບໜ້າຂອງວຽກງານປະເມີນຜົນກະທົບຂອງຮ່າງນິຕິກໍາ ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າຂອງວຽກງານດັ່ງກ່າວ ແລະ ການຈັດຕັ້ງປະຕິບັດວຽກງານການປະເມີນຜົນກະທົບຂອງຮ່າງນິຕິກໍາໃນໄລຍະຜ່ານມາ ໄດ້ຮັບການສະໜັບສະໜູນ ແລະ ເຫັນດີຈາກຫຼາຍພາກສ່ວນ ເປັນຕົ້ນ ຈາກກະຊວງຍຸຕິທໍາ ແລະ ບັນດາກະຊວງ ໃນການເຮັດບົດປະເມີນຜົນກະທົບຂອງຮ່າງນິຕິກໍາ. ເຖິງຢ່າງໃດກໍຕາມວຽກງານດັ່ງກ່າວ ຍັງເຫັນວ່າ ຈໍາເປັນຕ້ອງໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານວິຊາການ ແລະ ທຶນຮອນ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິພາບ. ຕໍ່ກັບສະພາບການປັດຈຸບັນ ວຽກງານຜົນກະທົບຂອງຮ່າງນິຕິກໍາແມ່ນມີຫຼາຍພາກສ່ວນຮັບຮູ້ ແລະ ເລີ່ມຈັດຕັ້ງປະຕິບັດຕາມລະບົບ ແຕ່ຄຸນນະພາບຂອງການຄົ້ນຄວ້າບັນຫາ ແລະ ການວິເຄາະຜົນກະທົບແມ່ນຍັງບໍ່ໄດ້ຕາມລະດັບຄາດໝາຍ, ເພື່ອແກ້ໄຂສະພາບ ການດັ່ງກ່າວ ເຫັນວ່າຈໍາເປັນຕ້ອງມີການຝຶກອົບຮົມເພີ່ມຕື່ມໃຫ້ພະນັກງານວິຊາການຜູ້ຮັບຜິດຊອບວຽກງານດັ່ງກ່າວ ກ່ຽວກັບການປະເມີນຜົນກະທົບທາງດ້ານງົບປະມານຂອງຮ່າງນິຕິກໍາ ເພື່ອສະແດງໃຫ້ເຫັນເຖິງຜົນກະທົບທີ່ສາມາດວັດແທກ ແລະ ຕີລາຄາເປັນຕົວເລກໄດ້. ການຝຶກອົບຮົມດັ່ງກ່າວຈະເປັນການເສີມສ້າງໃຫ້ພະນັກງານວິຊາການໃນການເບິ່ງບັນຫາ, ວິເຄາະຜົນກະທົບ ແລະ ຄິດໄລ່ຜົນກະທົບຂອງຮ່າງນິຕິກໍາຕໍ່ກັບງົບປະມານຂອງລັດຖະບານ, ພາກທຸລະກິດ ແລະ ຊຸມຊົນ. ນອກຈາກນັ້ນແລ້ວ ກໍເຫັນວ່າຈໍາເປັນຕ້ອງມີການສ້າງຄວາມຮັບຮູ້ໃຫ້ກັບພາກທຸລະກິດ ແລະ ຊຸມຊົນເພີ່ມຕື່ມ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມເອົາໃຈໃສ່ຂອງລັດຖະບານ ໃນການປັບປຸງລະບົບການສ້າງນິຕິກໍາຂອງ ສປປ ລາວ ໃຫ້ມີປະສິດທິພາບ ໂດຍສະເພາະການນໍາໃຊ້ບົດປະເມີນຜົນກະທົບຂອງຮ່າງນິຕິກໍາ ໃນການທາບທາມຄໍາເຫັນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນການສ້າງນິຕິກໍາໃຫ້ມີຄຸນນະພາບ ແລະ ຈໍາກັດຜົນກະທົບດ້ານລົບທີ່ອາດມີຕໍ່ພາກທຸລະກິດ ແລະ ສັງຄົມໃຫ້ຫຼຸດໜ້ອຍລົງ. ການສ້າງຄວາມຮັບຮູ້ດັ່ງກ່າວໃຫ້ໄດ້ຮັບຜົນດີ ທ່ານ ປີເຕີ ແມັກເຄນນາ ກໍໄດ້ສະເໜີກ່ຽວກັບການສ້າງບົດວິດີໂອສັ້ນ ໃນການປະເມີນຜົນກະທົບຂອງຮ່າງນິຕິກໍາ. ໃນການສ້າງບົດວິດີໂອສັ້ນຈະຊ່ວຍໃຫ້ການເຜີຍແຜ່ວຽກງານດັ່ງກ່າວມີຄວາມສະດວກງ່າຍດາຍ ແລະ ສາມາດເຂົ້າເຖິງພາກທຸລະກິດ ແລະ ປະຊາຊົນໄດ້ຢ່າງມີປະສິດທິພາບ ແລະ ທ່ານ ປີເຕີ ກໍໄດ້ກ່າວຕື່ມອີກວ່າ ທ່ານ ຍິນດີໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ແລະ ເຕັມໃຈໃຫ້ການສະໜັບສະໜູນແກ່ກະຊວງຍຸຕິທໍາ ໃນການຈັດຕັ້ງປະຕິບັດວຽກງານປະເມີນຜົນກະທົບຂອງຮ່າງນິຕິກໍາໃຫ້ເກີດດອກອອກຜົນ.
     ໃນຕອນທ້າຍ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ກໍໄດ້ກ່າວຄໍາຂອບໃຈຕໍ່ກັບໂຄງການພັດທະນາພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄລຍະສອງ ທີ່ໃຫ້ການສະໜັບສະໜູນທາງດ້ານທຶນຮອນ ແລະ ທາງດ້ານເຕັກນິກວິຊາການ, ທ່ານ ປີເຕີ ແມັກເຄນນາ ກໍໄດ້ໃຫ້ການສະໜັບສະໜູນ ທາງດ້ານວິຊາການ ໃນການຈັດຕັ້ງປະຕິບັດວຽກງານປະເມີນຜົນກະທົບຂອງຮ່າງນິຕິກໍາໃນໄລຍະຜ່ານມາຢູ່ ສປປ ລາວ ແລະ ທ່ານກໍໄດ້ເຫັນດີຕາມການສະເໜີຂອງທ່ານຊ່ຽວຊານ ແລະ ໃຫ້ການສະໜັບສະໜູນຊຸກຍູ້ແຜນການເຮັດວຽກຂອງຊ່ຽວຊານໃນໄລຍະນີ້ຈົນເຖິງກໍານົດວັນສິ້ນສຸດໂຄງການ. ນອກຈາກນີ້ ທ່ານຮອງລັດຖະມົນຕີ ໄດ້ມອບໃຫ້ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທໍາ ແລະ ທ່ານ ສົມລິດ ອ່ອນຕາ ຫົວໜ້າພະແນກ ສືບຕໍ່ເຮັດວຽກຮ່ວມກັບຊ່ຽວຊານ ແລະ ອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດແຜນວຽກງານປະເມີນຜົນກະທົບຂອງຮ່າງນິຕິກໍາໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້. 

ຂ່າວ-ພາບ: ຂົນ ບຸນທິສານ