ຮອງລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບຮອງເລຂາທິການ ກອງເລຂາກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ

ໃນຕອນບ່າຍຂອງວັນທີ 13 ທັນວາ 2019, ທີ່ກະຊວງຍຸຕິທໍາ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເອລີນ ລູໂບວິກ, ຮອງເລຂາທິການ ກອງເລຂາກຸ່ມອາຊີ-ປາຊີຟິກ (APG) ເພື່ອຕ້ານການຟອກເງິນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດ ທີ່ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ.
ທ່ານ ຮອງລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ນາງ ເອລີນ ລູໂບວິກ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນຄັ້ງນີ້ ໄລຍະນີ້ ສປປ ລາວ ກໍາລັງດໍາເນີນການກະກຽມຄວາມພ້ອມ ໃນການປະເມີນຮອບດ້ານການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ປີ 2020-2021. ພ້ອມດຽວກັນນີ້, ທ່ານ ຮອງລັດຖະມົນຕີ ກໍໄດ້ແຈ້ງສະພາບການກະ ກຽມຄວາມພ້ອມໃນແຕ່ລະດ້ານ ໂດຍສະເພາະ ແມ່ນດ້ານນິຕິກໍາ ໃຫ້ ທ່ານ ນາງ ເອລີນ ລູໂບວິກ ພ້ອມດ້ວຍຄະນະ ຮັບຊາບ.

ໃນໂອກາດນີ້, ທ່ານ ນາງ ເອລີນ ລູໂບວິກ ກໍໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານຈຸດປະສົງຂອງການມາເຄື່ອນໄຫວວຽກງານ ແລະ ຄວາມຈໍາເປັນໃນດ້ານຕ່າງໆສໍາລັບການປະເມີນ ໃຫ້ ທ່ານ ຮອງລັດຖະມົນຕີ ຮັບຊາບອີກດ້ວຍ.