ແອັບກົດໝາຍລາວຂອງກະຊວງຍຸຕິທຳ ເຂົ້າຮ່ວມປະກວດໃນງານແຂ່ງຂັນ ໄອຊີທີລາວ 2019 ຫຼື Lao ICT Award 2019

ໃນວັນທີ 30 ມີຖຸນາ 2019 ຜ່ານມານີ້ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຮ່ວມກັບສະມາຄົມໄອຊີທີລາວ ຈັດງານແຂ່ງຂັນ ໄອຊີທີລາວ 2019 ທີ່ໂຮງແຮມ ດອນຈັນພາເລດ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພູທອງ ສີສະຫວັດ, ຮັກສາຫົວໜ້າກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ມີບັນດາແຂກຖືກເຊີນ ພ້ອມດ້ວຍພາກສ່ວນທີ່ເຂົ້າຮ່ວມໃນການແຂ່ງຂັນເຂົ້າຮ່ວມ.

ຈຸດປະສົງຂອງການແຂ່ງຂັນໃນຄັ້ງນີ້ ແມ່ນເພື່ອສົ່ງເສີມໃຫ້ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້ານັກພັດທະນາຈາກຂະແໜງການພາກລັດ, ພາກເອກະຊົນ ກໍຄືບັນດາບໍລິສັດ ແລະ ທຸກຄົນໃນສັງຄົມລາວໄດ້ມີໂອກາດສະແດງຄວາມສາມາດໃນການພັດທະນາເຕັກໂນໂລຊີດ້ານ ICT ບໍ່ວ່າຈະເປັນຜະລິດຕະພັນ, ການບໍລິການ ແລະ ນະວັດຕະກຳດ້ານ ICT ຂອງຕົນ. ພ້ອມນັ້ນ ກໍເພື່ອເປັນການສົ່ງເສີມ ເພື່ອເປັນການສ້າງຄວາມເຊື່ອຖື ແລະ ເຮັດໃຫ້ຊື່ສຽງຂອງຜະລິດຕະພັນຂອງຄົນລາວສາມາດນຳໃຊ້, ໃຫ້ມີຄຸນນະພາບ ແລະ ໃຫ້ການບໍລິການໄດ້ທັງພາຍໃນ ແລະ ສາກົນ, ໃນການແຂ່ງຂັນແບ່ງອອກເປັນ 2 ໝວດໃຫຍ່ຄື: ໝວດທົ່ວໄປ ແລະ ໝວດນັກສຶກສາ ຜ່ານການຄັດເລືອກຈາກຜະລິດຕະພັນທີ່ສົ່ງເຂົ້າທັງໝົດເກືອບ 25 ຜະລິດຕະພັນ ແລະ ໄດ້ມີຜະລິດຕະພັນທີ່ຜ່ານເຂົ້າຮອບຄັດເລືອກ ແລະ ມີ 15 ຜະລິດຕະພັນ ໃນນີ້ແອັບກົດໝາຍລາວຊຶ່ງເປັນຜະລິດຕະພັນ ຂອງກະຊວງຍຸຕິທໍາ, ກົມໂຄສະນາເຜີຍແຜ່ກົດໝາຍ ກໍໄດ້ນຳເອົາແອັບກົດໝາຍລາວເຂົ້າປະກວດ ໃນງານ lao ICT Award 2019 ແລະ ກໍສາມາດເຂົ້າຊິງໃນຮອບສຸດທ້າຍຂອງການແຂ່ງຂັນ ແລະ ໃນນີ້ແອັບກົດໝາຍລາວ ກໍສາມາດຍາດໄດ້ລາງວັນ ຮອງອັນດັບສາມ ໄດ້ຮັບຂັນໂລລາງວັນ ພ້ອມດ້ວຍເງິນສົດຈຳນວນ 3.000.000 ກີບ (ສາມລ້ານກີບ).

ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ສຸກສາຄອນ ຈັນທະວຸດ