ຂະບວນການແຂ່ງຂັນກິລາບານເຕະ ຊິງຂັນ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວ

ໃນລະຫວ່າງວັນທີ 30 ພຶດສະພາ - 17 ກໍລະກົດ 2018 ຢູ່ທີເດີ່ນບານເຕະ ລາວໄອເຕັກ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດການແຂ່ງຂັນກິລາບານເຕະຂື້ນເພື່ອຊິງຂັນສະຫາຍເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຂຶ້ນ ໃຫ້ກຽດເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໝຸ່ມ, ມີສະຫາຍຮອງເລຂາ, ຮອງອົງການຈັດຕັ້ງມະຫາຊົນ, ຄະນະພັກກະຊວງ, ອົງການລັດທຽບເທົ່າ, ເລຂາ, ຮອງເລຂາຊາວໝູ່ມອ້ອມຂ້າງ, ຫົວໜ້າອົງການ, ຫົວໜ້າກົມ, ພະນັກງານລັດຖະກອນທີ່ເປັນສະມາຊິກຊາວໝຸ່ມ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 650 ສະຫາຍ.

          ພິທີດັ່ງກ່າວ ໄດ້ຈັດຂຶ້ນເພື່ອ ສະເຫຼີມສະຫຼອງ ສ້າງຕັ້ງຄະນະຊາວໝູ່ມ ປປລ ຄົບຮອບ 63 ປີ ຈັດການແຂ່ງຂັນກິລາບານເຕະໃນຄັ້ງນິີ້ ປະກອບມີ 32 ທີມ ທີ່ມາຈາກບັນດາກະຊວງ ແລະ ອົງການລັດທຽບເທົ່າ. ການແຂ່ງຂັນຕະຫຼອດ 64 ນັດ ໃຊ້ເວລາແຂ່ງຂັນ 14 ວັນ ຜ່ານການແຂ່ງຂັນ ທີມທີ່ສາມາດຍາດໄດ້ລາງວັນມີ ດັ່ງນີ້: ອັນດັບທີ 3 ໄດ້ແກ່ທີມຈາກ ກະຊວງ ສາທາລະນະສຸກ, ອັນດັບທີ 2 ແມ່ນທີມຂອງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ອັນດັບທີ 1 ແມ່ນທິມຈາກ ກະຊວງ ປ້ອງກັນປະເທດ.

ສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກໍໄດ້ໃຫ້ກຽດມອບລາງວັນໃຫ້ແກ່ທີມນັກກິລາທີ່ໄດ້ຊະນະເລີດ ແລະ ຮອງຊະນະເລີດຕາມລຳດັບ ພ້ອມທັງໃຫ້ກຽດມີຄຳເຫັນໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ ທີມນັກກິລາຈາກທຸກພາກສ່ວນ ໄດ້ຕັ້ງໜ້າເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນການແຂ່ງຂັນກິລາໃນຄັ້ງນີ້ ຊຶ່ງເຕັມໄປດ້ວຍບັນຍາກາດຟົດຟື້ນເບີກບານມ່ວນຊື່ນ, ຮັກສາໄດ້ຄວາມຮັກແພງສາມັກຄີຊຶ່ງກັນ ແລະ ກັນ ເຮັດໃຫ້ຂະບວນການແຂ່ງຂັນກິລາໃນຄັ້ງນີ້ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ ແລະ ໄດ້ວາງທິດທາງແຜນການໃນຊຸມປີຕໍ່ໜ້າວ່າຈະສືບຕໍ່ຈັດກິດຈະກຳ ການແຂ່ງຂັນກິລາບານເຕະ ຊິງຂັນຄະນະບໍລິຫານງານຊາວໜຸ່ມ ປປ ລາວ ຂື້ນທຸກໆປີ.

ຂຽນຂ່າວ - ຖ່າຍພາບ: ສົມຫວັງ ບົວລະພັນ