ຊາວໝຸ່ມ ກະຊວງຍຸຕິທຳ ເຂົ້າຊົມຫໍມູນເຊື້ອກອງທັບ

ວັນທີ 18 ມັງກອນ 2019 ຊາວໝຸ່ມ ກະຊວງຍຸຕິທຳ ໄດ້ເຂົ້າຊົມຫໍມູນເຊື້ອ ຂອງກອງທັບປະຊາຊົນປະຕິວັດລາວ ໂດຍ ແມ່ນທ່ານ ມິດລະຄອນ ສົງຄຳຈັນ ຄະນະບໍລິຫານງານຊາວໝຸ່ມ ກະຊວງຍຸຕິທຳ ເປັນຜູ້ນຳພາຄະນະ ມີສະມາຊິກຈາກ ໜ່ວຍ ຫ້ອງການ, ບັນດາກົມ, ສະຖາບັນ ແລະ ສກສ ຈຳນວນທັງໝົດ 30 ຄົນ, ຍິງ 9 ຄົນ ຊິ່ງໃຫ້ການຕ້ອນຮັບໂດຍ ທ່ານ ຮທ ນາງ ນ້ອຍສຸດາ ສົມນໍ່ວັນ ພ້ອມຄະນະ.

ທ່ານ ມິດລະຄອນ ໄດ້ກ່າວວ່າ ການເຂົ້າຊົມ ຫໍມູນເຊື້ອດັ່ງກ່າວນີ້ ເພື່ອໃຫ້ສຳມະຊິກໄດ້ຮັບຮູ້ເຖິງມູນເຊື້ອການຕໍ່ສູ້ກູ້ຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ໃນເວລາດຽວກັນ ຄະນະຮັບຜິດຊອບຫໍມູນເຊື້ອໄດ້ນຳພາຄະນະຊາວໜຸ່ມທ່ຽວຊົມ ພ້ອມຍົກໃຫ້ເຫັນມູນເຊື້ອການຕໍ່ສູ້ຂອງບັນພະບູລຸດລາວກ່ອນມີພັກນຳພາ ຄຽງຄູ່ກັບການກຳເນີດເກີດຂຶ້ນຂອງກອງທັບໃນການຕໍ່ສູ້ປົດປ່ອຍຊາດ ພາຍໃຕ້ການນຳພາຂອງພັກທີ່ມີແນວທາງອັນສະຫຼາດສ່ອງໄສ ເຮັດໃຫ້ກອງທັບສາມາດຜ່ານຜ່າບັນຮົບດຸເດືອດຕ່າງໆ, ມີຄວາມອົງອາດກ້າຫານ, ມີນຳ້ໃຈເດັດດ່ຽວຕໍ່ສູ້ກັບສັດຕູຢ່າງພິລະອາດຫານຍາດໄດ້ໄຊຊະນະ ປະກາດເອກະລາດອັນອົງອາດມີໄຊ ສະຖາປານາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວມາເຖິງປະຈຸບັນ.

ຜ່ານການເຂົ້າຊົມສຳເລັດ ຫົວໜ້າຄະນະ ພ້ອມດ້ວຍສຳມາຊິກ ໄດ້ຕີລາຄາວ່າ ການເຄື່ອນໄຫວທັດສະນະສຶກສາ ຂອງຊາວໝຸ່ມ ກະຊວງຍຸຕິທຳ ໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ຕໍ່ຜູ້ເຂົ້າຊົມ ໂດຍສະເພາະໄດ້ເຫັນເຖິງມູນເຊື້ອຮັກຊາດຂອງບັນພະບູລຸດ, ໄດ້ເຫັນເຖິງຜົນງານຂອງກອງທັບ ແລະ ຄວາມເສຍສະຫຼະເລືອດເນື້ອຂອງນັກຮົບ ເພື່ອປະເທດຊາດ ເພື່ອປະຊາຊົນ ທີ່ພົນລະເມືອງລາວບັນດາເຜົ່າຈາລຶກໄວ້ບໍ່ມີວັນລືມເວົ້າລວມ ເວົ້າສະເພາະກໍຄືຊາວໝຸ່ມຕ້ອງໄດ້ຮຽນຮູ້ ພ້ອມທັງເອົາເປັນແບບຢ່າງ.

ຂຽນຂ່າວ¬ຖ່າຍພາບ: ເພັງພາວັນ ອິນທະວົງ