ໜ່ວຍພັກກົມກວດກາ, ກະຊວງຍຸຕິທຳ ສຳເລັດກອງປະຊຸມໃຫຍ່ຄັ້ງທີ lll

ໜ່ວຍພັກກົມກວດກາ, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ lll ຂອງຕົນຂຶ້ນ ໃນຕອນເຊົ້າຂອງວັນທີ 3 ມັງກອນ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງຍຸຕິທໍາ ໂດຍການເປັນປະທານຂອງ ສະຫາຍ ບຸນເມກ ບັນນາວົງ ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກກົມກວດກາ ກະຊວງຍຸຕິທຳ ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ, ສະຫາຍ ຄຳເພັດ ອຸ່ນເຮືອນ ຮອງເລຂາໜ່ວຍພັກ ກົມກວດກາ, ສະຫາຍ ສິງຫາ ຫງ່ຽມຈະເລີນ ກຳມະການໜ່ວຍພັກ; ມີຜູ້ຕາງໜ້າຈາກໜ່ວຍພັກຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ສະພາທະນາຍຄວາມ, ຊາວໜຸ່ມ, ແມ່ຍິງ, ກໍາມະບານ ພ້ອມດ້ວຍພະນັກງານສະມາຊິກພັກ ກົມກວດກາ ເຂົ້າຮ່ວມທັງໝົດຈຳນວນ 30 ສະຫາຍ, ຍິງ 8 ສະຫາຍ.

ກອງປະຊຸມຄັ້້ງນີ້ ໄດ້ສະຫຼຸບຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດວຽກງານຂອງໜ່ວຍພັກກົມກວດກາ ໃນໄລຍະ 5 ປີຜ່ານມາ (ແຕ່ປີ 2015-2019) ແລະ ຮັບຮອງເອົາບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຊຸດທີ ll ພ້ອມທັງຕີລາຄາສູງໃນຄວາມພະຍາຍາມອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນໄດ້ຮັບຜົນສຳເລັດຫຼາຍດ້ານ. ໃນນັ້ນ, ໄດ້ຕີລາຄາດ້ານດີທີ່ຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ແລະ ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ. ພ້ອມດຽວກັນນັ້ນ ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ 5 ສະຫາຍ ແລະ ເລືອກໄດ້ 3 ສະຫາຍ ຄື: ສະຫາຍ ບຸນເມກ ບັນນາວົງ ເປັນເລຂາໜ່ວຍພັກ; ສະຫາຍ ໄຊຍະສັກ ແກ້ວມະນີວົງ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ສິງຫາ ຫງ່ຽມຈະເລີນ ເປັນກໍາມະການໜ່ວຍພັກ ພ້ອມທັງເປັນປະທານກວດກາ. ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງຍຸຕິທໍາ ຈຳນວນ 9 ສະຫາຍ ໃນນີ້ມີຜູ້ແທນສົມບູນ 8 ສະຫາຍ ແລະ ຜູ້ແທນສໍາຮອງ 1 ສະຫາຍ.
ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະໜ່ວຍພັກຊຸດເກົ່າ ທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ສະມາຊິກພັກປະຕິບັດໜ້າທີ່ວຽກງານຂອງຕົນໄດ້ຮັບຜົນສຳເລັດເປັນຢ່າງດີ ພ້ອມນັ້ນ ສະຫາຍ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ ແລະ ຂໍ້ຄົງຄ້າງ ຊຶ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ ແລະ ໄດ້ໃຫ້ທິດຊີ້ນໍາບາງວຽກງານທີ່ສໍາຄັນ ຊຶ່ງຈະຕ້ອງສຸມໃສ່ໃນຕໍ່ໜ້າ, ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະໜ່ວຍພັກຊຸດໃໝ່ ທີ່ຈະສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກກົມກວດກາ ໃຫ້ຍາດໄດ້ຜົນງານ ແລະ ຜົນສໍາເລັດອັນຍິ່ງໃຫຍ່ກວ່າເກົ່າ.

ຂຽນຂ່າວ-ຖ່າຍພາບ:ຊາຍພິມພອນ ສີຣິວົງໄຊ

ປະເພດຂ່າວ: