ກອງປະຊຸມກວດກາຄວາມສອດຄ່ອງຂອງ (ຮ່າງ) ກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມພະຍາດຕິດຕໍ່

     ກົມກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງ (ຮ່າງ) ກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມພະຍາດຕິດຕໍ່ຂຶ້ນ ໃນວັນທີ 15 ມິຖຸນາ 2017 ຢູ່ທີ່ກະຊວງຍຕິທຳ ໂດຍມີທ່ານຫົວໜ້າກົມ,  ຮອງຫົວໜ້າກົມ ພ້ອມດ້ວຍລັດຖະກອນວິຊາການຂອງກົມກົດໝາຍ ກະຊວງຍຸຕິທຳ ແລະ ຄະນະຮັບຜິດຊອບຮ່າງກົດໝາຍສະບັບດັ່ງກ່າວ, ມີທ່ານຜູ້ຕາງໜ້າຈາກກົມກົດໝາຍ ແລະ ກົມທີ່ກ່ຽວຂອງຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ແລະ ສະພາແຫ່ງຊາດ ເຂົ້າຮ່ວມ.

     ກອງປະຊຸມຄັ້ງນີ້ ໄດ້ຄົ້ນຄວ້າ, ພິຈາລະນາກວດກາຄວາມສອດຄ່ອງ ຂອງຮ່າງກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມພະຍາດຕິດຕໍ່ ເພື່ອຮັບປະກັນຄວາມສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ, ບັນດາສົນທິ ສັນຍາ ແລະ ສັນຍາສາກົນທີ່ກ່ຽວຂ້ອງ ທີ່ ສປປ ລາວ ເປັນພາຄີ, ພ້ອມດຽວກັນນັ້ນ ຈະໄດ້ກວດກາທາງດ້ານເຕັກນິກການຈັດວາງພາກ, ໝວດ, ມາດຕາ ເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງກັບເຕັກນິກຂອງການສ້າງນິຕິ ກຳ ກ່ອນນຳສົ່ງ(ຮ່າງ) ກົດໝາຍສະບັບດັ່ງກ່າວ ໃຫ້ລັດຖະບານພິຈາລະນາ ຕາມຂັ້ນຕອນຂອງການສ້າງນິຕິກຳ. ກອງປະຊຸມ ໄດ້ດຳເນີນເປັນເວລາສອງວັນ ແລະ ປິດລົງໃນວັນທີ 16 ມິຖຸນາ 2017.

                                                                                                                                                                                                                                                                                                     ຂຽນຂ່າວໂດຍ: ກັນຫາ ມີໄຊບົວ, ຖ່າຍພາບໂດຍ: ສືເຊັ່ງ ເຍຍປາວເຮີ

ຜູ້ປະສານງານ ກົມກົດໝາຍ

 

ປະເພດຂ່າວ: