ກົມກົດໝາຍ ກະຊວງຍຸຕິທຳ ຈັດກອງປະຊຸມຜ່ານຮ່າງດຳລັດວ່າດ້ວຍກອງທຶນສ້າງ ແລະ ພັດທະນາສີມືແຮງງານ

     ໃນ​ວັນ​ທີ 29 ກັນ​ຍາ 2016 ຢູ່​ທີ່​ຫ້ອງ​ປະ​ຊຸມ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ ໄດ້​ຈັດ​ກອງ​ປະ​ຊຸມ​ຜ່ານ​ຮ່າງ​ດຳ​ລັດ​ວ່າ​ດ້ວຍກອງ​ທຶນ​​ສ້າງ ແລະ ພັດ​ທະ​ນາ​ສີ​ມື​ແຮງ​ງານ ໂດຍ​ການ​ເປັນ​ປະ​ທານ​ຂອງ ​ທ່ານ ອິນ​ທະ​ປັນ​ຍາ ຂຽວ​ວົງ​ພະ​ຈັນ ຫົວ​ໜ້າ​ກົມ​ກົດ​ໝາຍ​, ກະ​ຊວງ​ຍຸຕ​ິ​ທຳ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ພູ​ວັນ​ ຈັນ​ທະ​ວົງ ຫົວ​ໜ້າ​ກົມ​ພັດ​ທະ​ນາ​ສີ​ມື​ແຮງ​ງານ ແລະ ຈັດຫາ​ງານ, ກະ​ຊວງແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ, ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ​ທ່ານຮອງ​ຫົວ​ໜ້າ​ກົມ, ຫົວ​ໜ້າ​ພະ​ແນກ, ຮອງ​ຫົ​ວ​ໜ້າພະ​ແນກ ພ້ອມ​ດ້ວຍ​ພະ​ນັກ​ງານ​ວິ​ຊາ​ການ ຂອງກະ​ຊວງ​ຍຸ​ຕິ​ທຳ ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

      ​ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ໄດ້​ພ້ອມ​ກັນຄົ້ນ​ຄວ້າ, ປຶກ​ສາ​ຫາ​ລື ແລະ ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ດຳ​ລັດ​ວ່າ​ດ້ວຍກອງ​ທຶນ​ສ້າງ ແລະ ພັດ​ທະ​ນາ​ສີ​ມື​ແຮງ​ງານ ຊຶ່ງຮ່າງ​ດຳ​ລັດ​ສະ​ບັບ​ດັ່ງ​ກ່າວ ປະ​ກອບ​ມີ 6 ໝວດ 23 ມາດ​ຕາ ຊຶ່ງໄດ້​ກຳ​ນົດຫຼັກ​ການ, ລະ​ບຽບ​ການ ແລະ ມາດ​ຕະ​ການ​ ກ່ຽວ​ກັບ​ການ​ສ້າງ​ຕັ້ງ, ການ​ຄຸ້ມ​ຄອງ, ການ​ນຳ​ໃຊ້ ແລະ ຕິດ​ຕາມກວດ​ກາ ກອງ​ທຶນ​ສ້າງ ແລະ ພັດ​ທະ​ນາ​ສີ​ມື​ແຮງ​ງານ ເພື່ອ​ເປັນ​ການ​ລະ​ດົມ, ສະ​ສົມ​ທຶນ, ສ້າງ ແລະ ເພີ່ມ​ທະ​ວີ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເງິນ ແນ​ໃສ່ໃນ​ການສ້າງ ແລະ ພັດ​ທະ​ນາ​ສີ​ມື​ແຮງ​ງານ​ໃຫ້​ມີ​ຄຸນ​ນະ​ພາບຕາມ​ທິດ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ຊາດ.

ຂ່າວ: ນ. ສີ​ປະ​ໄພ ເພັດ​ປະ​ທຸມ​ມາ;     ພາບ: ນ. ປາ​ວີ​ຄຳ ເພັດ​ທະ​ລາ​ກຸນ

ປະເພດຂ່າວ: