ກອງປະຊມໃຫຍ່ໜ່ວຍຊາວໜຸ່ມກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ກະຊວງຍຸຕິທຳ

ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຊາວໜຸ່ມກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 12 ກັນຍາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ກະຊວງຍຸຕິທຳ ໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ພິມມະສອນ ຈັນທະຈິດ ເລຂາໜ່ວຍຊາວໜຸ່ມກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ , ມີສະຫາຍ ກອງສີ ສາຍສຸດທາ ເລຂາໜ່ວຍພັກ ກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຫົວໜ້າກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແລະ ສະຫາຍ ຄໍາເສີດ ວິລະພັນ ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທໍາ, ມີຜູ້ຕາງໜ້າຈາກໜ່ວຍຊາວໜຸ່ມຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ປະທານສະຫະພັນກຳມະບານ ແລະ ປະທານໜ່ວຍສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານມີຈຳນວນພົນເຂົ້າຮ່ວມທັງໝົດຈຳນວນ 33 ສະຫາຍ, ຍິງ 8 ສະຫາຍ.

ຈຸດປະສົງ ເພື່ອເປັນການສະຫຼຸບຕີລາຄາຄືນຕໍ່ກັບຜົນສໍາເລັດຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍຊາວໜຸ່ມກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ໃນໄລຍະຜ່ານມາ ແລະ ຈະໄດ້ພາກັນຄົ້ນຄວ້າຕົກລົງເປັນເອກະພາບຮັບຮອງເອົາທິດທາງແຜນການ 5 ປີ ໃນຕໍ່ໜ້າ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ 5 ສະຫາຍ ແລະ ເລືອກໄດ້ 3 ສະຫາຍ ຄື: 1. ສະຫາຍ ຄໍາມົນ ແສງຄໍາຢອງ ເປັນເລຂາໜ່ວຍ, 2. ສະຫາຍ ນາງ ສຸວິຈິດ ສີພັນທອງ ເປັນຮອງເລຂາ, 3. ສະຫາຍ ໄກ ສີວິໄຊ ເປັນຄະນະ.
ໃນຕອນທ້າຍກອງປະຊຸມ ສະຫາຍ ຄໍາເສີດ ວິລະພັນ ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທໍາ ກໍໄດ້ໂອ້ລົມ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະໜ່ວຍຊາວໜຸ່ມຊຸດເກົ່າ ທີ່ໄດ້ຊີ້ນຳ-ນຳພາ ປະຕິບັດໜ້າທີ່ວຽກງານຂອງຕົນໄດ້ຮັບຜົນສຳເລັດເປັນຢ່າງດີ ພ້ອມທັງໃຫ້ທິດຊີ້ນໍາຕໍ່ຄະນະໜ່ວຍຊາວໜຸ່ມຊຸດໃໝ່ສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມຂອງຄະນະໜ່ວຍໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດໃຫ້ດີຂຶ້ນກວ່າເກົ່າ.

ຂຽນຂ່າວ-ຖ່າຍພາບ: ຂົນ ບຸນທິສານ

ປະເພດຂ່າວ: