ກອງປະຊຸມປັບປຸງຮ່າງກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສີນຂອງສານ

     ໂດຍປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 529/ກຍ, ລົງວັນທີ 14 ມີຖຸນາ 2016 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສີນຂອງສານ. ຄະນະດັ່ງກ່າວໄດ້ເປີດກອງປະຊຸມຂຶ້ນໃນລະ ຫວ່າງວັນທີ 14 ຫາ 16 ທັນວາ 2016 ຢູ່ທີ່ໂຮງແຮມ ວັນຊະນະ, ເມືອວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ.

     ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອກວດກາຄືນແຕ່ລະພາກ, ໝວດ ແລະ ມາດຕາ ຂອງກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສ້າງນິຕິກຳ. ພ້ອມກັນນັ້ນ, ກໍໄດ້ມີການ ປະກອບຄຳຄິດຄຳເຫັນໃສ່ພາກທີ 3 ວ່າດ້ວຍການຈັດຕັ້ງປະຕິບັດຄະດີແພ່ງ ແລະ ຄະດີອາຍາ ໂດຍສະເພາະຂັ້ນຕອນຂອງການປະກາດຂາຍຫຼັກຊັບຂອງລູກໜີ້ ໃນການໃຊ້ແທນໜີ້ສີນ ແລະ ຄ່າເສັຍຫາຍທາງແພ່ງ ພ້ອມທັງຍົກເອົາບົດຮຽນ ຂອງຕ່າງປະເທດມາປຽບທຽບ ເພື່ອເຮັດໃຫ້ກົດໝາຍສະບັບປັບປຸງສະບັບນີ້ ມີຄວາມສົມບູນໃນດ້ານການຈັດຕັ້ງປະຕິບັດແທດເໝາະກັບການຂະຫຍາຍຕົວຂອງສັງຄົມ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

 

ປະເພດຂ່າວ: