ທ່ານຮອງລັດຖະມົນຕີ ລົງເຄື່ອນໄຫວວຽກງານປະຕິບັດຄໍາຕັດສີນຂອງສານ ທີ່ແຂວງວຽງຈັນ

       ໃນວັນທີ 23 - 24 ມິຖຸນາ 2016 ຜ່ານມາ, ຄະນະນຳກະຊວງຍຸຕິທຳ ໄດ້ລົງເຄື່ອນໄຫວວຽກງານ ຢູ່ທີ່ພະແນກຍຸຕິທຳ ແຂວງວຽງຈັນ ພາຍໃຕ້ການນຳພາຂອງ ທ່ານ ສຈ ເກດ ກຽດຕິສັກ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ຜູ່ຊີ້ນໍາ ວຽກງານປະຕິບັດຄໍາຕັດສີນຂອງສານ, ທ່ານ ຄໍາພອນ ສີປະເສີດ ຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ພ້ອມດ້ວຍຄະນະ ໄດ້ລົງເຮັດວຽກ ຢູ່ແຂວງວຽງຈັນ ຈຸດປະສົງ ເພື່ອຊີ້ນໍາ ແລະ ຊຸກຍູ້ວຽກງານປະຕິບັດຄໍາ ຕັດສີນຂອງສານຂອງຫ້ອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ແຂວງວຽງຈັນ ພ້ອມທັງຮ່ວມກັນຊອກຫາວິທີແກ້ໄຂຄະດີທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ.

       ການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ຄະນະນຳກະຊວງຍຸຕິທຳ ໄດ້ພົບປະໂອ້ລົມ ແລະ ໃຫ້ທິດຊີ້ນໍາ ແກ່ພະນັກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ແຂວງວຽງຈັນ ຈົ່ງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນໄດ້ເຖິງຄວາມຍຸຕິທໍາໃນສັງຄົມ.

       ຫຼັງຈາກນັ້ນ, ໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2016 ຄະນະນຳກະຊວງຍຸຕິທຳ ໄດ້ເປີດກອງປະຊຸມຮ່ວມກັບຄະນະພັກ, ຄະນະນໍາຂອງພະແນກຍຸຕິທຳ ແຂວງວຽງຈັນ ເພື່ອປຶກສາຫາລືກ່ຽວກັບການແກ້ໄຂຄະດີທີ່ມີຄວາມ ຫຍຸ້ງຍາກ ຊຶ່ງບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນປະກອບຄໍາຄິດຄຳເຫັນຢ່າງກົງໄປກົງມາ ເພື່ອຊອກຫາວິທີທາງແກ້ໄຂບັນຫາດັ່ງກ່າວໃຫ້ມີຄວາມຖືກຕ້ອງ ແລະ ເຮັດໃຫ້ຄໍາຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດນັ້ນ ຖືກຈັດຕັ້ງປະຕິບັດຕາມກົດໝາຍ.