ກອງປະຊຸມພາກພື້ນກ່ຽວກັບການມີສັນຊາດຂອງແມ່ຍິງ ແລະ ເດັກນ້ອຍ ໃນອາຊຽນ

       ໃນລະຫວ່າງ ວັນທີ 21-22 ກັນຍາ 2016 ຜ່ານມານີ້ ກົມຄຸ້ມຄອງລະບົບຍຸຕິທຳ ກະຊວງຍຸຕິທຳ ໄດ້ເຂົ້າຮ່ວມກອງປະຊຸມພາກພື້ນ ເພື່ອປະເມີນຜົນກິດຈະກຳກ່ຽວກັບສິດໃນການມີສັນຊາດຂອງແມ່ຍິງ ແລະ ເດັກນ້ອຍ ໃນອາຊຽນ ຈັດຂຶ້ນທີ່ ດາລາດ, ປະເທດ ສສ ຫວຽດນາມ ມີຜູ້ເຂົ້າຮ່ວມຈາກ 10 ປະເທດອາຊຽນ ໄດ້ຮັບການສະໜັບຈາກອົງການສະຫະປະຊາຊາດ ເພື່ອຜູ້ອົບພະຍົບ (UNHCR) ປະຈຳອາຊີ-ປາຊີຟິກ.

       ກອງປະຊຸມ ໄດ້ຮັບຟັງການນຳເໜີຂອງຊ່ຽວຂານ ຈາກອົງການສະຫະປະຊາຊາດ ເພື່ອຜູ້ອົບພະຍົບ (UNHCR) ກ່ຽວກັບບັນຫາດ້ານກົດໝາຍສາກົນ, ທັດສະນະຂອງສາກົນ ແລະ ພາກພື້ນ ຕໍ່ກັບບັນຫາສິດໃນການມີສັນຊາດຂອງແມ່ ຍິງ ແລະ ເດັກນ້ອຍ, ມາດຕະຖານຂອງສາກົນ ແລະ ຂອບກົດໝາຍພາຍໃນຂອງປະເທດອາຊຽນ ກ່ຽວກັບການປົກປ້ອງການບໍ່ມີສັນຊາດໃນເວລາເກີດລູກ, ບັນຫາສັນຊາດຂອງຜູ້ອົບພະຍົບ ລວມເຖິງການສົ່ງເສີມ ແລະ ການປົກປ້ອງສິດທິ ຂອງແມ່ຍິງ ແລະ ເດັກນ້ອຍ ໃນບັນດາປະເທດອາຊຽນ. ຈາກນັ້ນ ຜູ້ຕາງໜ້າຈາກບັນດາປະເທດອາຊຽນ ກໍໄດ້ປະກອບຄຳຄິດຄຳເຫັນ ແລະ ນຳສະເໜີສະພາບການຈັດຕັ້ງປະບັດວຽກງານສັນຊາດຂອງປະເທດຕົນ ໂດຍສະເພາະບັນດາຂໍ້ຫຍຸ້ງ ຍາກ, ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ສຳລັບ ສປປ ລາວ ແມ່ນໄດ້ນຳສະເໜີບັນດາກົດໝາຍທີ່ກ່ຽວຂ້ອງໂດຍສະເພາະແມ່ນ ວຽກງານການຂໍເອົາສັນຊາດລາວ, ຂໍເອົາສັນຊາດລາວຄືນ ແລະ ການຂໍປະສັນຊາດລາວ ລວມ ທັງບັນຫາຕ່າງໆທີ່ພົວພັນກັບວຽກງານສັນຊາດ. ພ້ອມກັນນັ້ນ, ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາແຜນການເຄື່ອນໄຫວວຽກງານບໍລິມະສິດ, ກອບແຜນພັດທະນາແມ່ຍິງ ແລະ ເດັກນ້ອຍແບບຍືນຍົງ ແລະ ໜ່ວຍງານຮັບ ຜິດຊອບກ່ຽວບັນຫາການມີສັນຊາດຂອງແມ່ຍິງ ແລະ ເດັກນ້ອຍ ໃນ 10 ປະເທດອາຊຽນ.

       ກອງປະຊຸມດຳເນີນໄປເປັນເວລາ 2 ວັນເຕັມ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ.

ຂ່າວ: ສ. ບຸນຄ້ຳ (ນັກຂ່າວກົມຄຸ້ມຄອງລະບົບຍຸຕິທຳ)