ຫົວໜ້າກົມທະບຽນສານ ລົງຊຸກຍູ້ວຽກງານຢູ່ ແຂວງ ໄຊຍະບູລີ

ໃນລະຫວ່າງວັນທີ 10-11 ທັນວາ 2019 ທ່ານ ໄທ ລໍ່ເບ່ຼຍຢ່າວ ຫົວໜ້າກົມທະບຽນສານ ກະຊວງຍຸຕິທໍາ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດວຽກງານທະບຽນສານ ຢູ່ພະແນກຍຸຕິທໍາແຂວງ ແລະ ບັນດາເມືອງ ທີ່ຂຶ້ນກັບແຂວງ ໄຊຍະບູລີ.

ຈຸດປະສົງ ແມ່ນ ເພື່ອຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນສານ ໃນໄລຍະຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ ທີ່ຍາດມາໄດ້ ແລະ ດ້ານອ່ອນທີ່ເປັນຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມໃນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ກ່ຽວກັບບັນດານິຕິກຳ ທີ່ກ່ຽວຂ້ອງກັບວຽກງານໃຫ້ທະບຽນສານ ເປັນຕົ້ນ ກົດໝາຍວ່າດ້ວຍທະບຽນສານ, ຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງວຽກງານທະບຽນສານ ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີຄວາມເປັນເອກະພາບ ແລະ ນັບມື້ມີປະສິດທິຜົນສູງຂຶ້ນ.
ການລົງຕິດຕາມຊຸກຍູ້ວຽກງານໃນຄັ້ງນີ້ໄດ້ຈັດຂຶ້ນຢູ່ 2 ຈຸດ ຄື: ຈຸດທີ 1 ຈັດຂຶ້ນຢູ່ຫ້ອງການຍຸຕິທໍາເມືອງ ປາກລາຍ ຊຶ່ງມີພະນັກງານ-ລັດຖະກອນຂອງໜ່ວຍງານທະບຽນສານຈາກ 4 ເມືອງເຂົ້າຮ່ວມ ຄື ຫ້ອງການຍຸຕິທຳເມືອງ ປາກລາຍ, ເມືອງ ແກ່ນທ້າວ, ເມືອງ ບໍ່ແຕນ ແລະ ເມືອງ ທົ່ງມີໄຊ; ຈຸດທີ 2 ຈັດຂຶ້ນຢູ່ພະແນກຍຸຕິທໍາແຂວງ ຊຶ່ງມີພະນັກງານ-ລັດຖະກອນຂອງພະແນກຍຸຕິທໍາແຂວງ, ຫ້ອງການຍຸຕິທໍາເມືອງ ໄຊຍະບູລີ, ເມືອງ ພຽງ, ເມືອງ ຫົງສາ, ເມືອງ ເງິນ, ເມືອງ ຊຽງຮ່ອນ ແລະ ເມືອງ ຄອບ ເຂົ້າຮ່ວມ.

ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ນາງ ໄມ ໄຊຍະວົງ.

ປະເພດຂ່າວ: