ບໍລິສັດ ເບຍລາວ ຈຳກັດ ມອບເຄື່ອງກິລາ ໃຫ້ແກ່ກົມໂຄສະນາອົບຮົມກົດໝາຍ ກະຊວງຍຸຕິທຳ

     ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ  ບໍລິສັດ​​ ​ເບຍລາວ ຈຳກັດ ​ໄດ້​ນຳ​ເອົາເຄື່ອງ​ກິລາມາ​ມອບແກ່​ກົມ​ໂຄສະນາ​ອົບຮົມກົດໝາຍ ກະຊວງ​ຍຸຕິ​ທຳ ຈຳນວນ 20 ຊຸດ ​ໂດຍການ​ມອບ​ຂອງ ​ທ່ານ ບຸນ​ກັນ ກຸລະ​ບຸດ  ຜູ້ອຳນວຍການ​ຝ່າຍ​ປະຊາສຳພັນ ​ແລະ ກິດຈະກຳ​ເພື່ອ​ສັງຄົມ  ​ໂດຍ​ການ​ກ່າວ​ຮັບຂອງ ທ່ານ ບຸນ​ລ້ອມ ດວງ​ມາລາ ຮອງຫົວໜ້າກົມ​ໂຄສະນາ​ອົບຮົມກົດໝາຍ, ມີ​ພະນັກງານ​ທັງ​ສອງ​ຝ່າຍ​​ເຂົ້າ​ຮວ່ມ​ເປັນ​ສັກຂີ​ພິຍານ.

      ໃນ​ໂອກາດ​ດັ່ງກ່າວ ທ່ານ ບຸນ​ລ້ອມ ດວງ​ມາລາ ຮອງ​ຫົວໜ້າກົມ​ໂຄສະນາ​ອົບຮົມ​ກົດໝາຍ ກໍ​ໄດ້​ສະ​ແດງຂອບ​ໃຈ​ພ້ອມ​ທັງມອບປຶ້ມກົດໝາຍ ​ໃຫ້​ບໍລິສັດ​ເບຍ​ລາວ ​​ເພື່ອ​ນຳ​ໄປ​ຮັບ​ໃຊ້​ໃນ​ວຽກງານ​ຂອງຕົນ​ຄັ້ງ​ນີ້, 

      ຫຼັງຈາກ​ນັ້ນ ​ທັງ​ສອງ​ຝ່າຍ​​ໄດ້​ຮວ່ມກັນ​​ສ້າງ​ຂະ​ບວນການ​ກິລາ​ບານ​ເຕະ​ມິດຕະພາບ​ ຊຶ່​ງຜ່ານ​ການ​ແຂ່ງ​ທີ​ມບໍລິສັດ​ເບຍ​ລາວ ສາມາດ​​ເອົາຊະນະ ທີ​ມກົມ​ໂຄສະນາ​ອົບຮົມ​ກົດໝາຍ​ໄປ​ 8 ປະຕູ​ຕໍ່ 5

                                                                                                                                                                                                                                             ຂ່າວ: ອ່ອນ​ຄຳ; ພາບ: ສຸກ​ສາຄອນ