ກອງປະຊຸມປຶກສາຫາລືກ່ຽວກັບການສ້າງປື້ມເຕັກນິກການໂຄສະນາກົດໝາຍ ແລະ ປື້ມຄູ່ມືບາງຂະແໜງກົດໝາຍ ແລະ ວຽກງານຍຸຕິທຳ ເຫຼັ້ມ III

     ເພື່ອເຮັດໃຫ້ພະນັກງານ, ລັດຖະກອນ, ນັກຮຽນ, ນັກສຶກສາ ໂດຍສະເພາະ ຜູ້ທີ່ເຮັດໜ້າທີ່ໃນການໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການຕ່າງໆ ໄດ້ມີບ່ອນອີງໃນການສຶກສາ, ຄົ້ນຄວ້າ ແລະ ອຳນວຍ ຄວາມສະດວກໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານນັ້ນ ໃນວັນທີ 23 ພຶດສະພາ 2017 ຢູ່ທີ່ກະຊວງຍຸຕິທຳ ກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການສ້າງປື້ມຄູ່ມືເຕັກນິກ ການໂຄສະນາກົດໝາຍ ແລະ ຂຽນປື້ມຄູ່ມືບາງຂະແໜງກົດໝາຍ ແລະ ວຽກງານຍຸຕິທຳ ສຳລັບການໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນ ເຫຼັ້ມ III ຂຶ້ນ ພາຍໃຕ້ການສະໜັບສະໜູນຂອງໂຄງການມູນນິ ທິເອເຊຍ ໂດຍການເປັນປະທານຂອງ ທ່ານ ບຸນລ້ອມ ດວງມາລາ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ມີບັນດາທ່ານ ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ລັດຖະກອນວິຊາການ ຂອງກົມໂຄສະນາເຜີຍແຜ່ກົດໝາຍ ແລະ ທ່ານຜູ້ຕາງໜ້າຈາກມູນນິທິເອເຊຍ ເຂົ້າຮ່ວມ ທັງໝົດ 17 ຄົນ, ຍິງ 7 ຄົນ.

     ໃນກອງປະຊຸມ ທ່ານ ປະທານ ກໍໄດ້ນຳສະເໜີກ່ຽວກັບ ການປະເມີນຄຳຄິດເຫັນໃນການນຳໃຊ້ປຶ້ມເຕັກນິກການໂຄສະນາກົດໝາຍ ລະຍະຜ່ານມາ, ນຳສະເໜີເນື້ອໃນການສ້າງ ແລະ ປັບປຸງເນຶື້ອໃນປຶ້ມຄູ່ມື ເຕັກນິກການໂຄສະນາກົດໝາຍ, ປຶ້ມຄູ່ມືບາງຂະແໜງກົດໝາຍ ແລະ ວຽກງານຍຸຕິທຳ ສຳລັບໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນ ເຫຼັ້ມ III. ຫຼັງຈາກນັ້ນຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບ ຄຳເຫັນຢ່າງກົງໄປກົງມາ ແລະ ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ໂດຍສະເພາະ ກ່ຽວກັບການກຳນົດຫົວຂໍ້, ວິທີການ, ຮູບແບບ ແລະ ຂັ້ນຕອນຂອງການຂຽນປຶ້ມຄູ່ມື ເພື່ອເຮັດໃຫ້ການປັບປຸງ ແລະ ການຂຽນ ປຶ້ມຄູ່ມືດັ່ງກ່າວມີເນື້ອໃນ ແລະ ການນຳໃຊ້ທີ່ເປັນເອກະພາບກັນ ແລະ  ສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມ.

ຂຽນຂ່າວ: ສີປະໄພ,  ຖ່າຍພາບໂດຍ ສຸກສາຄອນ, ສົມຫວັງ

ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ     

ປະເພດຂ່າວ: