ກອງປະຊຸມປັບປຸງເນື້ອໃນ (ຮ່າງ) ດໍາລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ

ຕອນເຊົ້າຂອງວັນທີ 26 ສິງຫາ 2019 ຢູ່ທີ່ ເຮືອນພັກແຄມງື່ມ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມປັບປຸງເນື້ອໃນ (ຮ່າງ) ດໍາລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ຄະນະຮັບຜິດຊອບ (ຮ່າງ) ດໍາລັດ ວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ເຂົ້າຮ່ວມທັງໝົດ ຈໍານວນ 31 ທ່ານ, ຍິງ 10 ທ່ານ.

ຈຸດປະສົງຂອງກອງປະຊຸມປຶກສາຫາລືປັບປຸງເນື້ອໃນ,​ ເຕັກນິກການຈັດພິມ ແລະ ກວດກາຄືນບັນດາຄໍາສັບ ທີ່ຄະນະນໍາກະຊວງຍຸຕິທໍາໄດ້ປະ ກອບຄໍາເຫັນຢູ່ໃນກອງປະຊຸມຄັ້ງວັນທີ 21 ສິງຫາ 2019 ຢູ່ທີ່ໂຮງແຮມຄຣາວພລາຊາ ເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມກວດດກາ ວຽກງານໂຄສະນາເຜີຍແຜ່ກົດໝາຍ ໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດໍາເນີນໄປຢ່າງຖືກຕ້ອງ, ເປັນລະບົບ, ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ເຮັດໃຫ້ພົນລະເມືອງຮັບຮູ້, ເຊື່ອມຊຶມ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ທົ່ວເຖິງ, ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ໃນສັງຄົມ, ຮັບປະກັນໃຫ້ແກ່ຂະແໜງການເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຕາມຂອບເຂດ ແລະ ຄວາມຮັບຜິດຊອບຂອງຕົນ ປະກອບສ່ວນເຂົ້າໃນການຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍ ແລະ ຄວາມຍຸຕິທໍາ ໃນສັງຄົມ. ການໂຄສະນາເຜີຍແຜ່ກົດໝາຍ ແມ່ນການອະທິບາຍ, ຊີ້ແຈງ, ແນະນໍາ, ສະໜອງຂໍ້ມູນຂ່າວສານກ່ຽວກັບເນື້ອໃນຂອງລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການ ລວມທັງສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ໂດຍຜ່ານຫຼາຍຮູບການ, ວິທີການໃຫ້ແກ່ພົນສະເມືອງໄດ້ຮັບຮູ້, ເຊື່ອມຊຶມ, ເຂົ້າໃຈ ແລະ ປະຕິບັດຢ່າງເຂັ້ມງວດ.

ພາຍຫຼັງໄດ້ຮັບຟັງ ຈຸດປະສົງ, ຄວາມໝາຍຄວາມສໍາຄັນແລ້ວ ຜູ້ເຂົ້າຮ່ວມກອງປະຊຸມ ແລະ ຄະນະຮັບຜິດຊອບ (ຮ່າງ) ດໍາລັດ ກໍໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນບົດຮຽນ ແລະ ຜັດປ່ຽນກັນປະກອບຄໍາຄິດເຫັນໃສ່ (ຮ່າງ) ດໍາລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ໂດຍລົງເລິກໃສ່ແຕ່ລະໝວດ ແລະ ແຕ່ລະມາດຕາ ຢ່າງກົງໄປກົງມາໃຫ້ມີຄວາມຮັດກຸມ, ຊັດເຈນ ແລະ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ (ຮ່າງ) ດໍາລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ, ສົມບູນ, ຄວາມເປັນເອກະພາບ, ຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ, (ຮ່າງ) ດໍາລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍສະບັບນີ້ ປະກອບດ້ວຍ 10 ໝວດແລະ 53 ມາດຕາ, ກອງປະຊຸມຈະດໍາເນີນໄປເປັນເວລາ 3 ວັນ ແລະ ອັດລົງໃນວັນທີ 28 ສິງຫາ 2019.

ຂຽນຂ່າວ: ຂົນ ບຸນທິສານ, ຖ່າຍພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: