ກອງປະຊຸມພົບປະ ລະຫວ່າງ ກົມໂຄສະນາເຜີຍແຜ່ກົດໝາຍ ແລະ ໂຄງການລູນາ II

     ທີ່ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທຳ ໄດ້ຈັດກອງປະຊຸມພົບປະກັນ ລະຫວ່າງ ກົມໂຄສະນາເຜີຍແຜ່ກົດໝາຍ ກັບ ໂຄງການລູນາ II ໃນຕອນບ່າຍຂອງວັນທີ 2 ຕຸລາ 2017 ເວລາ 14:00 ໂມງ, ມີຜູ້ເຂົ້າຮ່ວມທັງໝົດ 9 ທ່ານ, ຍິງ 4 ທ່ານ.

     ກອງປະຊຸມໃນຄັ້ງນີ້ ນຳພາໂດຍ ທ່ານ ນ. ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ພ້ອມດ້ວຍວິຊາການ ແລະ ໂຄງການລູນາ II ນໍຳໂດຍ ທ່ານ ແດນຽວ ຟິດສ໌ແພັດທຼິກ ຜູ້ອຳນວຍການໂຄງ ການ Luna II , ພ້ອມດ້ວຍ ທ່ານ ພໍ ມໍ ຮອງຜູ້ອຳນວຍການໃຫຍ່ USAID-Luna II ແລະ ຄະນະ.

     ຈຸດປະສົງໃນການພົບປະກັນຄັ້ງນີ້ ແມ່ນເພື່ອລາຍງານການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການໃນ 6 ເດືອນຜ່ານມາ ພ້ອມທັງປຶກສາຫາລືວຽກງານ 6 ເດືອນທ້າຍປີ ແລະ ກຳນົດແຜນການຕໍ່ໜ້າ ພາຍໃຕ້ການສະໜັບສະໜູນຂອງໂຄງການລູນາ II ແຕ່ນີ້ຮອດປີ 2018 ຈຶ່ງສິ້ນສຸດລົງ.  ເຖິງຢ່າງໃດກໍຕາມ ວຽກງານຈົດໝາຍເຫດທາງລັດຖະການລະບົບເອເລັກໂຕຣນິກ ແມ່ນວຽກງານໜຶ່ງທີ່ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມເອົາໃຈໃສ່ເປັນພິເສດ ເພາະເປັນວຽກບຸລິມະສິດໜຶ່ງທີ່ສຳຄັນ ຊຶ່ງຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ ຮັບປະກັນຄວາມຍືນຍົງ.

     ການພົບປະກັນໃນຄັ້ງນີ້ ທັງສອງຝ່າຍໄດ້ໂອ້ລົມ, ແລກປ່ຽນຄຳຄິດເຫັນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເພື່ອສືບຕໍ່ການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ລະບົບ ເອເລັກໂຕຣນິກ ໃຫ້ປະສົບຜົນສຳເລັດຕາມຄາດໝາຍໃນຕໍ່ໜ້າ.

ຂຽນຂ່າວ ແລະ ຖ່າຍພາບໂດຍ: ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ

ປະເພດຂ່າວ: