ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ລົງໂຄສະນາແອັບກົດໝາຍລາວ (version 3)

ພະແນກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ໌ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ລົງໂຄສະນາເຜີຍແຜ່ວຽກງານຈົດໝາຍເຫດທາງລັດຖະການ ແລະ ແອັບກົດໝາຍລາວ (version 3) ແຫ່ງ ສປປ ລາວ ໃຫ້ແກ່ບັນດາອາຈານ ແລະ ນັກສຶກສາ ຢູ່ວິທະຍາຄານສັນຕິບານປະຊາຊົນ ວັນທີ 9 ເມສາ 2019. ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ, ທ່ານ ພັອ ປອ. ບຸນຊະນະ ສິມມາລາວົງ ຮອງອຳນວຍການ ວິທະຍາຄານສັນຕິບານປະຊາຊົນ ພ້ອມດ້ວຍຄະນະ, ມີຜູ້ເຂົ້າຮ່ວມຟັງທັງໝົດຈຳນວນ 315 ຄົນ, ຍິງ 25 ຄົນ.

ຈຸດປະສົງການລົງໂຄສະນາເຜີຍແຜ່ໃນຄັ້ງນີ້ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມຮັບຮູ້ເຖິງຄວາມໝາຍ, ຄວາມສໍາຄັນຂອງວຽກງານຈົດໝາຍເຫດທາງລັດຖະການ ແລະ ແອັບກົດໝາຍລາວ (version 3) ຊຶ່ງເປັນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ນັກຮຽນ, ນັກສຶກສາ, ນັກແປພາສາ ແລະ ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ອົງການລັດ ແລະ ເອກະຊົນ ໄດ້ຮູ້ເຖິງກົດໝາຍ ແລະ ຄຳສັບກົດໝາຍລາວຢ່າງຖືກຕ້ອງ, ສາມາດອ່ານ, ສາມາດຮຽນຮູ້ກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳຕ່າງໆໄດ້ ໂດຍຜ່ານໂທລະສັບມືຖືສະມາດໂຟນຂອງແຕ່ລະຄົນ ດ້ວຍຄວາມສະດວກ ແລະ ວ່ອງໄວ. ນອກນັ້ນ, ແອັບກົດໝາຍລາວ (version 3) ຍັງເປັນແຫຼ່ງເກັບໂຮມຂໍ້ມູນທາງດ້ານກົດໝາຍ, ສາມາດຕອບສະໜອງຂໍ້ມູນທາງດ້ານກົດໝາຍໃຫ້ແກ່ສັງຄົມ ໂດຍຜ່ານໂທລະສັບມືຖື, ເຮັດໃຫ້ຜູ້ຊົມໃຊ້ສາມາດຮູ້ເຖິງການເຄື່ອນ ໄຫວ ແລະ ການແຈ້ງເຕືອນ ເມື່ອມີກົດໝາຍສ້າງໃໝ່ ຫຼື ກົດໝາຍປັບປຸງໃໝ່ ໄດ້ທຸກບ່ອນ, ທຸກເວລາ ເຮັດໃຫ້ປະຊາ ຊົນບັນດາເຜົ່າມີຄວາມໜັ້ນໃຈຕໍ່ຂໍ້ມູນທີ່ໄດ້ຮັບຊາບຢ່າງເປັນທາງການ.

ພາຍຫຼັງຮູ້ເຖິງຈຸດປະສົງ, ຄວາມໝາຍ, ຄວາມສຳຄັນ ຂອງວຽກງານຈົດໝາຍເຫດທາງລັດຖະການ ແລະ ແອັບກົດໝາຍລາວ (version 3) ແລ້ວ ຄະນະຮັບຜິດຊອບກໍໄດ້ອະທິບາຍວິທີການເຂົ້າເຖິງແອັບກົດໝາຍ, ວິທີການດາວໂຫລດ ແລະ ຕິດຕັ້ງແອັບກົດໝາຍ ຊຶ່ງຜູ້ເຂົ້າຮ່ວມກໍພາກັນຮັບຟັງດ້ວຍຄວາມຕັ້ງໃຈ ແລະ ມີການຈັດກິດຈະກຳຖາມ-ຕອບ ເພື່ອແລກເອົາຂອງຂັວນ ດ້ວຍບັນຍາກາດອັນຟົດຟື້ນ.

ຂຽນຂ່າວ-ຖ່າຍພາບ ໂດຍ: ບຸນຖອມ ພະສະແຫວງ

ປະເພດຂ່າວ: